ກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຊຸດທີ 14: ຫັນປ່ຽນຈາກການທາບທາມຄວາມເຫັນໄປສູ່ການໂຕ້ວາທີ

(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 5 ໄດ້ປະຕິບັດສຳເລັດລາຍການທີ່ໄດ້ວາງອອກ ດ້ວຍເນື້ອໃນສຳຄັນຫຼາຍຢ່າງ
ກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຊຸດທີ 14: ຫັນປ່ຽນຈາກການທາບທາມຄວາມເຫັນໄປສູ່ການໂຕ້ວາທີ - ảnh 1ການປະຊຸມຂ່າວໃນຕອນບ່າຍວັນທີ 15 ມິຖຸນາ

ຕອນບ່າຍວັນທີ 15 ມິຖຸນາ, ທ່ານ ຫງວຽນແຮ້ງຟຸກ, ຫົວໜ້າເລຂານຸການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານການປະຊຸມຂ່າວ ປະກາດໝາກຜົນກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຊຸດທີ 14.

        ເມື່ອແຈ້ງໝາກຜົນຂອງກອງປະຊຸມສະໄໝສາມັນ, ທ່ານ ເລໂບະຫລີງ, ຮອງເລຂານຸການສະພາແຫ່ງຊາດ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5 ໄດ້ປະຕິບັດສຳເລັດລາຍການທີ່ໄດ້ວາງອອກ ດ້ວຍເນື້ອໃນສຳຄັນຫຼາຍຢ່າງ ກ່ຽວກັບວຽກງານສ້າງກົດໝາຍ, ຕັດສິນບັນດາບັນຫາສຳຄັນຂອງປະເທດ ແລະ ຕິດຕາມກວດກາສູງສຸດ.       

        ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຟັງທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ, ລັດຖະມົນຕີບັນດາກະຊວງ: ຄົມມະນາຄົມຂົນສົ່ງ; ຊັບພະຍາກອນ ແລະ ສິ່ງແວດລ້ອມ; ແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ; ສຶກສາ ແລະ ບຳລຸງສ້າງຕອບຄຳຊັກຖາມ. ການປ່ຽນແປງໃໝ່, ປັບປຸງຮູບການຊັກຖາມ ແລະ ຕອບຄຳຊັກຖາມຕາມທິດກະທັດລັດເວລາຖາມ ແລະ ຕອບຄຳຖາມ ໄດ້ສ້າງເງື່ອນໄຂເພື່ອເພີ່ມຈຳນວນ ສສຊ ຊັກຖາມ, ໂຕ້ວາທີ, ພ້ອມກັນນັ້ນ, ເສີມຂະຫຍາຍກຳລັງຄວາມສາມາດຂອງ ສສຊ, ຍົກສູງຄຸນນະພາບຂອງຄຳຖາມ ແລະ ຄຳຕອບ.

ຕອບກັບ

ຂ່າວ/ບົດ​ອື່ນ