ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດທີ 13 ພິຈາລະນາຫຼາຍເນື້ອໃນສຳຄັນ

ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດທີ 13 ພິຈາລະນາຫຼາຍເນື້ອໃນສຳຄັນ - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ຄາດ​ວ່າຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 21 ຕຸລາ ​ແລະ ຈະ​ແກ່ຍາວ​ເປັນ​ເວລາ 40 ວັນ ດ້ວຍ​ບັນດາ​ເນື້ອ​ໃນ​ສຳຄັນ. ນັ້ນ​​ແມ່ນ​ຂໍ້​ມູນ​​ໄດ້​ຍົກ​ອອກ​ມາ​​ທີ່​ກອນ​ປະຊຸມ​ຂ່າວ​ໃນ​ຕອນ​ບ່າຍວັນ​ທີ 17 ຕຸລາ ​ໂດຍ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຈັດ​ຕັ້ງ.

        ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫງວຽນ​ແຮ້ງ​ຟຸ໋ກ ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ ຈະ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ຫຼາຍ​ຮ່າງ​ກົດໝາຍ​ທີ່​ສຳຄັນ, ​ໃນ​ນັ້ນ​ມີ​ຮ່າງ​ລັດຖະທຳ​ມະນູ​ນປີ 1992 (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ... ສຳລັບ​ຮ່າງ​ລັດຖະທຳ​ມະນູນປີ 1992 (ສະບັບ​ປັບປຸງ), ທ່ານ ຫງວຽນ​ແຮ້ງ​ຟຸ໋ກ, ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ.

        “ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູ​ນສະບັບ​ປັບປຸງ, ກອງ​ປະຊຸມ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ນີ້ ຈະ​ຕັດສິນ​ໃຈ​ຮັບຮອງ​ເອົາ, ຍ້ອນ​ມາ​ຮອດ​ປະຈຸ​ບັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ເປັນ 3 ຄັ້ງ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ບັນຫາ​ດັ່ງກ່າວ ບົນ​ພື້ນຖານ​ຮັບ​ຟັງ​ຄຳ​ເຫັນ​ຈາກ​”.

        ກ່ຽວ​ກັບ​ບັນຫາ​ເສດຖະກິດ, ສັງຄົມ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ຈະ​ຮັບ​ຟັງ, ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາເສດຖະກິດ​ສັງຄົມປີ 2013, ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014; ບົດ​ລາຍ​ງານ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີ (2011 - 2015)...

        ພິ​ເສດ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ ​ໄດ້​ສະຫ​ງວນ​ເວລາ 3 ວັນ ​ເພື່ອ​ຊັກ​ຖາມ​ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​ບາງ​ເນື້ອ​ໃນ​ສຳຄັນ, ກໍ່​ຄື​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບຸກ​ຄະລາ​ກອນ, ອະນຸມັດ​ຜ່ານ​ເລື່ອງ​ໃຫ້​ຍົກ​​ເວັ້ນ​​ຕຳ​ແໜ່​ງຮອງ​ນາຍົກລັດຖະມົນຕີສຳລັບ​ທ່ານ ຫງວຽນ​ທ້ຽນ​ເຍີນ ​ແລະ ຕຳ​ແໜ່​ງລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານສຳລັບ​ທ່ານ ຫວູດຶດດາມ ​ແລະ ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​​ເຊັນອະນຸມັດ​ຮອງ​ນາຍົກລັດຖະມົນຕີ​ໃໝ່ 2 ທ່ານຕາມ​ບັນຊີ​ລາຍ​ຊື່​ໂດຍ​ນາຍົກລັດຖະມົນຕີຍື່ນສະ​ເໜີ​ເຊິ່ງລວມມີ ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວູດຶດດາມ ​ແລະ ທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ.

      ກ່ຽວ​ກັບ​ວຽກ​ງານ​ຕິດຕາມ​ກວ​ດກາ, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ​ບົດ​ລາຍ​ງານ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ປະກັນສຸຂະພາບ​ໄລຍະ 2009 – 2012 ​ແລະ ໝາກຜົນ​ຂອງ​ການ​ກວດກາ​ແຜນກຳນົດ, ລົງທຶນ​ກໍ່ສ້າງ​ບັນດາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ ​ແລະ ການ​ເຄື່ອ​ນ​ໄຫວ​ຂຸດ​ຄົ້ນ​ບັນດາ​ກິດຈະກຳ​ເຂື່ອນ​ໄຟຟ້າ​ນ້ຳຕົກ.

ຂ່າວ/ບົດ​ອື່ນ