ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ສືບຕໍ່ເຮັດວຽກ

(VOVWORLD) - ຕອນເຊົ້າວັນທີ 06 ມິຖຸນາ, ຕາມລາຍການຄາດຄະເນຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ໄດ້ສືບຕໍ່ດຳເນີນວາລະຊັກຖາມທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນງອັກທ້ຽນ. ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຈະເຂົ້າຮ່ວມການອະພິປາຍບັນດາບັນຫາທີ່ກ່ຽວຂ້ອງຕື່ມອີກ.

ນະທີ່ນີ້, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນງອັກທ້ຽນ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ວາ 40 ທ່ານກ່ຽວກັບບັນດາເນື້ອໃນຄື: ມາດຕະການຊຸກຍູ້ການພັດທະນາເສດຖະກິດການທ່ອງທ່ຽວ; ແກ້ໄຂການລະເມີດໃນການເຫຼື້ອມໃສເຊື່ອຖືສາສະໜາ ແລະ ປະກົດການຜິດເຂວຕໍ່ມາດຕະຖານໃນໄວໜຸ່ມ ແລະ ພົນລະເມືອງ; ວຽກງານຄຸ້ມຄອງສິລະປະການສະແດງ, ຮູບເງົາ, ການເຄື່ອນໄຫວວິຈິດສິນ, ຖ່າຍຮູບ, ວາງສະແດງ.

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ສືບຕໍ່ເຮັດວຽກ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ (ພາບ: VGP)

        ແລະກໍ່ໃນຕອນເຊົ້າວັນທີ 06 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ຕອບຄຳຊັກຖາມຕໍ່ສະພາແຫ່ງຊາດກ່ຽວກັບບັນດາບັນຫາທີ່ຂຶ້ນກັບສິດອຳນາດການບໍລິຫານຂອງລັດຖະບານທີ່ກ່ຽວຂ້ອງເຖິງບາງບັນຫາກ່ຽວກັບເສດຖະກິດ, ສັງຄົມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກວ່າ:

        “ໃນໄລຍະຈະມາເຖິງ, ລັດຖະບານຈະຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕິດຕາມກວດກາຢ່າງໃກ້ຊິດ, ເປັນເຈົ້າການຮັບມືຕໍ່ການຜັນແປຂອງສະພາບສາກົນ ແລະ ຢູ່ພາຍໃນປະເທດ; ສືບຕໍ່ຜັນຂະຫຍາຍບັນດາໜ້າທີ່, ມາດຕະການທີ່ໄດ້ວາງອອກໃນທຸກຂົງເຂດຢ່າງຂ້ຽວຂາດ, ຄົບຊຸດ; ມານະພະຍາຍາມສູ້ຊົນສູງສຸດ, ຕັດສິນໃຈປະຕິບັດບັນດາເປົ້າໝາຍ, ຕົວເລກຄາດໝາຍຂອງແຜນການປີ 2019 ໃຫ້ໄດ້.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກໍ່ໃຫ້ຮູ້ວ່າ: ລັດຖະບານກໍ່ໄດ້ຍື່ນສະເໜີຕໍ່ສະພາບແຫ່ງຊາດຮ່າງກົດໝາຍວ່າດ້ວຍການລົງທຶນສາທາລະນະ (ສະບັບປັບປຸງ) ຕາມທິດຍູ້ແຮງການແບ່ງຂັ້ນໃຫ້ບັນດາທ້ອງຖິ່ນ, ຫັນລະບຽບການບໍລິຫານເປັນງ່າຍດາຍ.

ຕອບກັບ

ຂ່າວ/ບົດ​ອື່ນ