ກອງປະຊຸມສະໄໝສາມັນເທື່ອທີ11ສະພາແຫ່ງຊາດຊຸດທີ13ຈະໄຂຂຶ້ນໃນວັນທີ21/03

ກອງປະຊຸມສະໄໝສາມັນເທື່ອທີ11ສະພາແຫ່ງຊາດຊຸດທີ13ຈະໄຂຂຶ້ນໃນວັນທີ21/03 - ảnh 1
ອັດວາລະ​ປະຊຸມ​ເທື່ອ​ທີ 45 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: TTXVN)

(vovworld) - ວັນ​ທີ 25/02, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ອັດ​ວາລະ​ປະຊຸມ​ເທື່ອ​ທີ 45. ກ່າວ​ຄຳ​ເຫັນ​ອັດວາລະ​ປະຊຸມ​ເທື່ອ​ທີ 45 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ທ່ານປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນຊິງ​ຮຸ່ງ ຊີ້​ແຈ້ງວ່າ: ວາລະ​ປະຊຸມ​ເທື່ອ​ທີ 45 ​ໄດ້​ພິ​ຈາລະ​ນາ, ​ໃຫ້​ຄວາມ​ເຫັນ​ໃສ່​ເນື້ອ​ໃນ​ສຳຄັນ​ຫລາຍ​ຢ່າງ ​ເພື​່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນເທື່ອ​ທີ 11 ຈະ​ມາ​ເຖິງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ຢາກ​​ໃຫ້​ສະພາ​ຊົນ​ເຜົ່າ ​ແລະ ບັນ​ດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ກໍ່​ຄື​ບັນດາ​ອົງການ​ສຳນັກງານ, ຫົວໜ່ວຍ​ທີ່ກ່ຽວ​ຂ້ອງ ຕ້ອງ​ສຸມ​ໃສ່, ​ເຮັດ​ຈົນ​ສຸດຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ, ສຳ​ເລັດ​ບັນດາ​ວຽກ​ງານ​ທີ່​ຂຶ້ນ​ກັບ​ພາລະ​ໜ້າ​ທີ່​ຄວາມ​ຮັບຜິດຊອບຂອງ​ຕົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ​: ຜ່ານ​ການ​ປຶກສາ​ຫາລື, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາ​ດ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ເປີດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດຊຸດ​ທີ 13 ​ໃນ​ວັນ​ທີ 21/03 ດ້ວຍ​ຫລາຍ​ເນື້ອ​ໃນ​ສຳຄັນ​ທີ່​ສຸດ. ທີ່​ກອງ​ປະຊຸມສະ​ໄໝ​ສາມັນ​ຄັ້ງ​ນີ້ ສະພາ​ແຫ່ງ​ຊາດ​ຈະ​ສຸມ​ໃສ່ 4 ກຸ່ມ​ບັນຫາ​ລະອຽດ: ສ້າງ​ກົດໝາຍ; ວາງທິດ​ທາງ​ພັດທະນາ​ເສດຖະກິດ​ສັງຄົມ; ສະຫລຸບ​ການ​ເຄື່ອນ​​ໄຫວ​ໃນ​ອາຍຸ​ການ​ຊຸດ​ທີ 13 ​ແລະ ວຽກ​ງານ​ບຸກຄະລາ​ກອນ. ສຳລັບ​ວຽກ​ງານ​ບຸກຄະລາ​ກອນ, ປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຄວນ​ສົມທົບ, ສ້າງ​ລາຍການ​ເຮັດ​ວຽກ​ຢ່າງລະອຽດ, ​ເໝາະ​ສົມ​…

ຂ່າວ/ບົດ​ອື່ນ