ກອງປະຊຸມສະໄໝສາມັນເທື່ອທີ6ສະພາແຫ່ງຊາດຫວຽດນາມຊຸດທີ13

ກອງປະຊຸມສະໄໝສາມັນເທື່ອທີ6ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 25/11, ສະພາ​ແຫ່ງ​ຊາດ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະ​ຊຸມ ລົງ​ມະຕິ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ ​ແລະ ກວດ​ໂລກລະບາດ​ພືດ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານນາງ​ຮອງ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ປຶ​ກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປຸງ).

    ກ່ອນ​ທີ່​ດຳ​ເນີນ​ການ​ລົງ​ຄະ​ແນ​ນສຽງຮັບຮອງ​ເອົາ, ສະພາ​ແຫ່ງ​ຊາດ​​ໄດ້​ຮັບ​ຟັງ​ຫົວໜ້າ​ກຳມາ​ທິການ​ວິທະຍາ​ສາດ ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວ​ດລ້ອມ ຟ້າ​ນຊວນ​ຢູ້ງ ສະ​ເໜີ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ຟັງ​ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ ​ແລະ ກວດ​ໂລກລະບາດ​ພືດ ທີ່ບັນດາ ສສຊ ປຶກສາ​ຫາລືຢູ່​ຫໍ​ປະຊຸມ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້​ອງ ​ແລະ ກວດ​ໂລກລະບາດ​ພືດ​ລວມມີ 5 ພາກ, 77 ມາດຕາ, ກຳນົດ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ໂລກລະບາດ, ກວດ​ໂລກລະບາດ​ພືດ, ຄຸ້ມ​ຄ​ອງຢາຂ້າ​ສັດຕູ​ພືດ.

    ​ເວ​ລາ​ທີ່​ຍັງ​ເຫຼືອ​ຂອງ​ວາລະ​ເຮັດ​ວຽກ​ຕອນ​ເຊົ້າ, ສະພາ​ແຫ່ງ​ຊາດ​ປຶກ​ສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປຸງ).

ບັນດາ ສສຊ ​ໄດ້ລົງມະຕິ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ ​ແລະ ປຶກສາ​ຫາລື ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ (ສະບັບ​ປັບປຸງ) ​​ໃນ​ວາລະ​ເຮັດ​ວຽກ​​ເມື່ອ​ຕອນ​ບ່າຍ​ວັນ​ທີ 25/11.

    ​ເປີດ​ສາກ​ວາລະ​ປະຊຸມ, ສະພ​າ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ກຳມາ​ທິການ​ກົດໝາຍ ຟານ​ຈູງ​ຫຼີ ສະ​ເໜີ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ຟັງ​ຄຳ​ເຫັນ​ຂອງ ສສຊ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ. ດ້ວຍ​ບັດ​ເຫັນ​ດີ​ກ່ວາ 84%, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ. ກົດໝາຍ​ວ່າ​ດ້ວຍ​ພົນລະ​ເມືອງ​ລວມມີ 9 ພາກ, 36 ມາດຕາ. ຂອບ​ເຂດ​ການ​ປັບປຸງ​ຂອງ​ກົດໝາຍ​ແມ່ນ​ກຳນົດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບໜ້າ​ທີ່​ຕ້ອນຮັບ​ພົນລະ​ເມື​​ອງ, ສິດ ​ແລະ ພັນທະ​ຂອງ​ຜູ້​ມາ​ຮ້ອງ​ຟ້ອງ, ຮ້ອງທຸກ, ສະ​ເໜີ, ສອດຄ່ອງ, ການຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວຕ້ອນຮັບ​ພົນລະ​ເມືອງ​ຢູ່​ສຳນັກງານ​ຕ້ອນຮັບ​ພົນລະ​ເມືອງ, ສະຖານ​ທີ່​ຕ້ອນຮັບ​ພົນລະ​ເມືອງ​ຂອງ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ, ຫົວໜ່ວຍ ​ແລະ ​ເງື່ອນ​ໄຂ​ຮັບປະກັນ​ໃຫ້ການ​ເຄື່ອນ​ໄຫວ​ຕ້ອນຮັບ​ພົນລະ​ເມືອງ. ​ເລື່ອງ​ຕ້ອນຮັບ​ຜູ້ຕາງໜ້າບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ມາ​ຮ້ອງ​ຟ້ອງ, ຮ້ອງ​ທຸກ, ສອດຄ່ອງ, ຕ້ອນຮັບ​ຊາວ​ຕ່າງປະ​ເທດ​ມາ​ຮ້ອງ​ຟ້ອງ, ຮ້ອງທຸກ, ສະ​ເໜີ​ແນະ, ສອດຄ່ອງ​ໄດ້​ຮັບ​ການ​ປະຕິບັດ​ຄື​ຕ້ອນຮັບ​ພົນ​ລະ​ເມືອງ. ກົດໝາຍ​ສະບັບ​ນີ້​ຈະ​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/7/2014 ​ເປັນ​ຕົ້ນ​ໄປ.

ກອງປະຊຸມສະໄໝສາມັນເທື່ອທີ6ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 2
ພາບປະກອບ

ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ) ​​ໃນ​ຕອນ​ບ່າຍ​ວັນ​ທີ 25/11, ສສຊ ບາງ​ທ່ານ​ຖື​ວ່າ: ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ມີ​ການ​ພົວພັນ​ຢ່າງ​ໃກ້ຊິດ, ສິ່ງ​ແວດ​ລ້ອມ​ຈະ​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ ຫຼື ​ໂດຍ​ທາງ​ອ້ອມ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ປະ​ຈຸ​ບັນ, ​ເນື້ອ​ໃນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຍັງລະບຸ​ໄວ້​ຢ່າງ​ກະ​ແຈກ​ກະຈາຍ​ໃນ​​ມາດຕາ​ຕ່າງໆ​ຂອງ​ຮ່າງ​ກົດໝາຍຢູ່. ທ່ານ​ນາງ ມາຍ​ທິຖູ໋ຍ, ສສຊ ​ແຂວງ ຕວຽນ​ກວາງ, ສະ​ເໜີ​ວ່າ:

    “ການ​ປ່ຽນ​ແປ​ງຂອງ​ດິນ​ຟ້າ​ອາກາດ ​ແລະ ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ພວມ​ແມ່ນ​ບັນຫາ​ຮີບ​ເຮັ່ງ​ຂອງ​ໂລກ. ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ໜ້າ​ທີ່​ສຳຄັນ​ທີ່ສຸດສຳລັບ ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂ້າພະ​ເຈົ້າ​ເຫັນ​ວ່າ: ບໍ່​ທັນ​ເວົ້າ​ເຖິງ​ຢ່າງ​ເຖິງ​ຖອງ​ໃນ​ຮ່າງ​ກົດໝາຍ. ດັ່ງ​ນັ້ນ, ສະ​ເໜີ​ໃຫ້​ຄະນະ​ຮຽບຮຽງ​ຄວນ​ຈັດ​ໃຫ້​ມີ​ພາກສະ​ເພາະ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ.”

    ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ພວມ​ສົ່ງ​ຜົນ​ສະທ້ອນ​ຢ່າງ​​ແຮງ​ເຖິງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ. ​ແຜນ​ນະ​ໂຍບາຍ​ຂອງ ຫວຽດນາມ ​ແມ່ນ​ສູ້​ຊົນ​ຮອດ​ປີ 2020, ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໂດຍ​ພື້ນຖານ, ປ້ອງ​ກັນ, ສະກັດ​ກັ້ນ​ໄພ​ທຳ​ມະ​ຊາດ, ຫຼຸດຜ່ອນ​ອາຍ​ແກ​ດ​ເຮືອນ​ແກ້ວ, ມີ​ບາດກ້າວ​ຫັນປ່ຽນ​ໃນ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ຊັບພະຍາກອນ​ຕາມ​ທິດ​ເໝາະ​ສົມ, ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ​ໂດຍ​ພື້ນຖານ, ຄວບ​ຄຸ​ມລະດັບ​ເພີ່ມ​ຂຶ້ນ​ຂອງ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ, ຈຳກັດ​ຜົນ​ສະທ້ອນ​ຂອງ​ນ້ຳ​ຂຶ້ນ​ສູງ, ນ້ຳ​ຖ້ວມ, ນ້ຳ​ທະ​ເລ​ຂຶ້ນ​ສູງ ສຳລັບ​ເຂດ​ແຄມ​ທະ​ເລ ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ເຂດທົ່ງພຽງ​ແມ່​ນ້ຳ ​ແດງ, ​ເຂດ​ແຄມ​ທະ​ເລ​ພາກ​ກາງ.

 

ຂ່າວ/ບົດ​ອື່ນ