ກອງປະຊຸມສານບັນດາແຂວງຊາຍແດນຫວຽດນາມ - ລາວ - ກຳປູເຈຍ

ກອງປະຊຸມສານບັນດາແຂວງຊາຍແດນຫວຽດນາມ - ລາວ - ກຳປູເຈຍ - ảnh 1
ປະທານສານ​ທັງ 3 ປະ​ເທດ ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ
ເຊັນແຈ້ງການຮ່ວມຂອງກອງປະຊຸມ
(ພາບ: Trần Trần Chí Hùng/Vietnam)

(vovworld) - ຕອນ​ບ່າຍ​ວັນ​ທີ 28/10, ກອງ​ປະຊຸມ​ສານ​ບັນດາ​ແຂວງ​ມີ​ເສັ້ນຊາຍ​ແດນຮ່ວມ​ຫວຽດນາມ - ລາວ - ກຳປູ​ເຈຍ ຄັ້ງ​ທີ 2 ​ໄດ້​ສິ້ນ​ສຸດ​ລົງ​ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ. ທີ່​ວາລະ​ປິດ​ກອງ​ປະຊຸມ, ປະທານສານ​ທັງ 3 ປະ​ເທດ ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ ​ໄດ້​ອອກ​ແຈ້ງ​ການ​ຮ່ວມ​ກ່ຽວ​ກັບ​ກອງ​ປະຊຸມ, ​ໂດຍ​ຢືນຢັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ. ​ແຈ້ງ​ການ​ຮ່ວມ​​ເນັ້ນ​ໜັກ​ວ່າ ກອງ​ປະຊຸມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ໄພ​ອັນຕະລາຍ​ທີ່​ມີ​ຕໍ່​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ການ​ພັດທະນາ​ເສດຖະກິດ​ຂອງ​ທັງ​ສາມ​ປະ​ເທດ ​ໂດຍ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ​ກໍ່​ຂຶ້ນ; ພ້ອມ​ທັງ​ໝັ້ນ​ໝາຍ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ; ພິ​ເສດ​ແມ່ນ​ລະຫວ່າງ​ສານ​ສູງ​ສຸດ​ຂອງ 3 ປະ​ເທດ ​ແລະ ສານ​ບັນດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ. ກອງ​ປະຊຸມ​ເຫັນ​ດີ​ສ້າງ​ກົນ​ໄກ​​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ຢູ່​ສານ​ສູງ​ສຸດ​ຂອງ​ແຕ່ລະ​ປະ​ເທດຢ່າງ​ມີ​ປະສິດທິ​ຜົນທີ່​ສຸດ, ​ເພື່ອ​ແນ​ໃສ່​ສົມທົບ​ກັນ, ສະໜອງ ​ແລະ ​ແບ່ງປັນ​ຂໍ້​ມູນ​ລະຫວ່າງ​ສານ​ສູງ​ສຸດກັບ​ສານ​ບັນດາ​ແຂວງ​ໃນ​ເຂດ​ຊາຍ​ແດນ​ຮ່ວມ. ກອງ​ປະຊຸມ​ກໍ່​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນສານ​ທຸກ​ຂັ້ນ ​ແລະ ​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ລະບົບ​ກົດໝາຍ ກໍ່​ຄື​ບົດຮຽນ​ພິພາກສາ​ຂອງ​ແຕ່ລະ​ປະ​ເທດ.

 

ຂ່າວ/ບົດ​ອື່ນ