ກອງປະຊຸມສຳມະ ນາສ້າງໂຄງປະ ກອບລະບົບຕິດຕາມກວດກາດ້ານການເງິນຄືນໃໝ່

ກອງປະຊຸມສຳມະ ນາສ້າງໂຄງປະ ກອບລະບົບຕິດຕາມກວດກາດ້ານການເງິນຄືນໃໝ່ - ảnh 1
ຢູ່ທີກອງປະຊຸມສຳ​ມະ​ນາ
( ພາບ: quangninh.gov.vn )


( vovworld ) -   ວັນ​ທີ 12/6, ຢູ່​ນະຄອນ ຮ້າ​ລອງ ( ກວາງ​ນິງ ), ຄະນະ​ກຳ​ມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ ​ແລະ ສະ​ຖາ​ບັນ Konrad – Adenauer – Stiftung ( KSA ສາທາລະນະ​ລັດຂອງ​ສະຫະພັນ​ເຢຍລະ​ມັນ ) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງປະຊຸມສຳ​ມະ​ນາ “ ​ສ້າງ​ໂຄງ​ປະກອບ​ລະບົບ​ຕິດຕາມ​ກວດກາ​ດ້ານ​ການ​ເງິນ​ຄືນ​ໃໝ່ - ບົດຮຽນ​ຈາກ​ສາກົນ ​ແລະ ບັນ​ດາ​ຄຳ​ຕັກ​ເຕືອນ​ນະ​ໂຍບາຍ​ໃຫ້​ແກ່​ຫວຽດນາມ ”. ທີ່​ການ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ເຂົ້າ​ໃນ​ຫົວ​ຂໍ້; ​ສ້າງໂຄງ​ປະກອບລະບົບ​ການ​ເງິນ ​ແລະ ລະບົບ​ຕິດຕາມ​ກວດກາ​ການ​ເງິນ​ຄືນ​ໃໝ່, ບົດຮຽນສ້າງ​ໂຄງ​ປະກອບ​ລະບົບ​ຕິດຕາມ​ກວດກາ​ດ້ານ​ການ​ເງິນ​ຄືນ​ໃໝ່ຂອງ​ເຢຍລະ​ມັນ ​ແລະ ບັນ​ດາ​ຄຳ​ຕັກ​ເຕືອນດ້ານ​ນະ​ໂຍບາຍ​ໃຫ້​ແກ່​ຫວຽດນາມ; ກໍ່ສ້າງ​ລະບົບ​ຕິດ​ຕາ​ກວດກາ​ໃຫ້​ເໝາະ​ສົມ ​ເພື່ອ​ປະກອບສ່ວນ​ພັດທະນາ​ຕະຫຼາດ​ການ​ເງິນ​ຫວຽດນາມ; ບົດບາດ​ຂອງ​ບັນດາ​ອົງການຕິດ​ຕາ​ກວດກາ​ການ​ເງິນ​ສຳລັບ​ການ​ພັດທະນາ​ຕະຫຼາດ​ການ​ເງິນ… ​ໃນ​ສະພາບ​ການ​ແຜນຮ່າງ​ສ້າງໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ເຊິ່ງລັດຖະບານ​ພວມ​ຍື່ນສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ຄິດ​ຄຳ​ເຫັນ, ​ໃນ​ນັ້ນ, ​ເນື້ອ​ໃນ​ສ້າງ​ໂຄງ​ປະກອບພື້ນຖານ​ການ​ຕະຫຼາດ​ການ​ເງິນ​ໄດ້​ຮັບ​ການ​ປຶກສາ​ຫາລື​ຢ່າງ​ຟົກຟື້ນ, ​ເລື່ອງ​ຈັດ​ຕັ້ງ​ການ​ສຳ​ມະ​ນາ​ຄັ້ງ​ນີ້ ​ໄດ້​ຕອບ​ສະໜອງ​ໃຫ້​ແກ່​ບັນດາ​ນັກ​ວາງ​​ນະ​ໂຍບາຍ, ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ, ບັນດາ​ນັກ​ຄຸ້ມ​ຄອງ​ຂັ້ນ​ສູງ​ຂອງຫວຽດນາມ ກ່ຽວ​ກັບຂໍ້​ມູນ​ຂ່າວ​ຕ່າງໆ ​ແລະ ຄຳ​ຄິດ​ເຫັນທີ່​ມີ​ຜົນ​ປະ​ໂຫຍ​ດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຍົກ​ອອກ​ບັນດາກຳນົດ​ທິດ​, ຂໍ້​ສະ​ເໜີ​ແນະ​ທີ່​ເລິກ​ເຊິ່ງກວ່າ ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ລະບົບ​ຕິດຕາມ​ກວດກາ​ຕະຫຼາດ​ການ​​ເງິນ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ