ກອງປະຊຸມສຳມະນາ ກຽວກັບກົດໝາຍວ່າດ້ວຍການ ກວດກາທາງຍຸດຕິທຳ

ກອງປະຊຸມສຳມະນາ ກຽວກັບກົດໝາຍວ່າດ້ວຍການ ກວດກາທາງຍຸດຕິທຳ - ảnh 1
ພາບປະກອບ

( vovworld ) – ຕອນ​ເຊົ້າວັນ​ທີ 20/2, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ກວດກາ​ທາງ​ຍຸດຕິ​ທຳ ​ໂດຍ​ຄະນະ​ກຳ​ມະ​ທິການ​ຍຸດຕິ​ທຳ​ຂອງ​ສະພາ​ແຫ່ງ​ຊາດ ສົມທົບ​ກັບ​ອົງການ SIDA ຂອງ​ກາ​ນາ​ດາ ຈັດຕັ້ງຂຶ້ນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​​ແລກປ່ຽນ, ​ແບ່ງປັນ​ຄວາມ​ຮູ້, ພ້ອມ​ທັງ​ເຮັດ​ໃຫ້​ບັນດາ​ແງ່​ມູມດ້ານ​ກົດໝາຍແຈ້ງ ​ແລະ​ ເລິກ​ເຊີ່ງ​ກ່ວາ ​ໃນ​ວຽກ​ງານ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ບັນດາ​ອົງການ​ກວດກາ, ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ອັນ​ດັບ, ລະບຽບ​ການ, ​​ເວລາ​ປະຕິບັດ​ການ​ກວດກາ… ທ່ານ​ພົນ​ຕີ ຟ້າ​ມກູຍງໍ້ ຮອງ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

ທາງ​ກະຊວງ​ຕຳຫຼວດ​ເຫັນ​ວ່າ ຕ້ອງ​ຮັກສາ, ປັບປຸງ​ລະບົບ​ການຈັດຕັ້ງກວດກາ​ຊັນ​ລະ​ສູດໃນ​ຂະ​ແໜງ​ຕຳຫຼວດ​ປະຊາຊົນ. ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ສືບສວນ ​ແລະ ​ແກ້​ໄຂ​, ບັນດາ​ນັກກວດກາ​ຊັນ​ລະ​ສູດ ຕ້ອງ​ມີ​ຄວາມ​ຮູ້​ທັງ​ດ້ານ​ກົດໝາຍ, ​ເຕັກນິກ​ອາຍາ, ວິຊາ​ການ. ວຽກ​ງານ​ກວດກາ​ຊັນ​ລະ​ສູດແມ່ນ​ຂໍ້​ກູນ​ແຈ​ຂອງ​ວຽກ​ງານ​ສືບສວນ, ມີ​ຄຸນຄ່າ​ໃນ​ການ​ພິພາກສາ​ອາດຊະຍາ​ກຳ“.

 

ຂ່າວ/ບົດ​ອື່ນ