ກອງປະຊຸມສຳມະນາ ກ່ຽວກັບຄວາມຮັບ ຜິດຊອບສັງຄົມ ຂອງວິສາຫະກິດ ຢູ່ ປາຣີ

ກອງປະຊຸມສຳມະນາ ກ່ຽວກັບຄວາມຮັບ ຜິດຊອບສັງຄົມ ຂອງວິສາຫະກິດ ຢູ່ ປາຣີ - ảnh 1
ກອງປະຊຸມສຳມະນາໄດ້ຈັດຂຶ້ນຢູ່ ປາຣີ
(ພາບ: Lê Hà/Vietnam+)

(vovworld) - ​​ຫວຽດນາມ ຫາ​ກໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ກ່ຽວ​ກັບ “ຄວາມ​ຮັບຜິດຊອບ​ສັງຄົມ​ຂອງ​ວິ​ສາ​ຫະກິດ ​ແລະ ການ​ແກ້ງ​ແຍ້​ງສະ​ເໝີ​ພາບ”, ​ໂດຍ​ສະມາຄົມ​ທະນາຍຄວາມ​ລະຫວ່າງ​ເຂດ​ປາຊີ​ຟີ​ກ (ຫຼື IPBA) ​ເຊິ່ງຈັດ​ຂຶ້ນ​ຢູ່ ປາຣີ. ຈຸດປະສົງ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ເພື່ອ​ແນ​ໃສ່​ສ່ອງ​ແສງ​ຄວາມ​ສຳຄັນ​ຂອງ​ການ​ໂຄສະນາ​ເຜີຍ​ແຜ່​ບັນດາ​ມາດຖານ​ສາກົນ ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ສັງຄົມ​ຂອງ​ວິ​ສາ​ຫະກິດ. ນີ້​ຍັງ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ສະ​ແດງ​​ໃຫ້​ເຫັນບັນດາ​ການ​ຄົ້ນ​ຄ້ວາ ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແກ້ງ​ແຍ້​ງລະ​ຫວ່າງ​ບັນດາ​ວິ​ສາ​ຫະກິດ ​ໃນ​ການ​ພົວພັນ​ກັບ​ບັນດາ​ມາດຖານ​ຮັບຜິດຊອບ​ສັງຄົມ ຢູ່ ຈີນ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ. ກ່າ​ວ​ຄຳ​ເຫັນ​ທີ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ ຫງວຽນ​ແກງ​​ເກື່ອງ, ທີ່​ປຶກສາ​ດ້ານ​ການ​ຄ້າ​ສະຖານທູດ​ຫວຽດນາມ ປະຈຳ ຝຣັ່ງ ຖື​ວ່າ: ຫັນ​ເປັນ​ມາດຖານ​ຄວາມ​ຮັບຜິດຊອບ​ສັງຄົມ​ຂອງ​ວິ​ສາ​ຫະກິດ​ແມ່ນ “ໜຶ່ງ​ໃນ​ບັນດາ​ເຄື່ອງມື​ປະຊາທິປະ​ໄຕ ​ແລະ ສີວິ​ໄລ”, ປະກອບສ່ວນ​ພັດທະນາ​ຕະຫຼາດ​ຢ່າງກົມ​ກ່ຽວ, ປັບປຸງ​ເງື່ອນ​ໄຂດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ໃຫ້​ແກ່​ຄົນ​ງານ ກໍ່​ຄື​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ທົ່ວສັງຄົມ. ທ່ານ ຫງວຽນ​ແກງ​​ເກື່ອງ ຖື​ວ່າ: ​ເລື່ອງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ກໍ່ສ້າງ​ບັນດາ​ມາດຖານ​ສາກົນ ກ່ຽວກັບ​ຄວາມ​ຮັບຜິດຊອບ​ສັງຄົມ​ຂ​ອງ ວິ​ສາ​ຫະກິດ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ​ໂດຍ​ສະ​ເພາະ​ແມ່ນ​ເມື່ອ ຫວຽດນາມ ຕັດສິນ​ໃຈ​​ເຊື່ອມ​ໂຍງນັບ​ມື້ນັບ​​ເຕັມ​ສ່ວນ, ​ເລິກ​​ເຊິ່ງ, ກ້ວາງ​ແຂວງ​ກັບ​ພາກ​ພື້ນ ​ແລະ ສາກົນ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ