ກອງ​ປະ​ຊ​ຸມ​ສ​ຳ​ມະ​ນາ - ງານ​ວາງ​ສະ​ແດງ​​ລະ​ດັບຊ​າດ ກ່​ຽວ​ກັບ​ການ​ຮັກ​ສາຄວາມລັບ 2019

(VOVWORLD) - ກອງປະຊຸມສຳມະນາ - ງານວາງສະແດງລະດັບຊາດ ກ່ຽວກັບການຮັກສາຄວາມລັບ 2019 (Security World 2019)ໄດ້ມຸ່ງໄປສູ່ເປົ້າໝາຍຊ່ວຍເຫຼືອບັນດາທະນາຄານ, ບັນດາອົງການການເງິນ, ບັນດາອົງການຄຸ້ມຄອງລັດສາມາດກຳແໜ້ນ ແລະ ຕີລາຄາບັນດາໄພອັນຕະລາຍຂອງຄວາມປອດໄພດ້ານອິນເຕີແນັດໃນປັດຈຸບັນ
 ກອງ​ປະ​ຊ​ຸມ​ສ​ຳ​ມະ​ນາ - ງານ​ວາງ​ສະ​ແດງ​​ລະ​ດັບຊ​າດ ກ່​ຽວ​ກັບ​ການ​ຮັກ​ສາຄວາມລັບ 2019 - ảnh 1ທ່ານ ຫງວຽນແມ້ງຮູ່ງລັດຖະມົນກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ (ພາບ:  mic.gov.vn) 

ກອງປະຊຸມສຳມະນາ - ງານວາງສະແດງລະດັບຊາດ ກ່ຽວກັບການຮັກສາ ຄວາມລັບ 2019 (Security World 2019) ດ້ວຍຫົວຂໍ້ “ເພີ່ມທະວີການຮັກສາຄວາມລັບຂອງຂໍ້ມູນ ແລະ ຄວາມປອດໄພໝັ້ນຄົງທາງອິນເຕີແນັດໃຫ້ແກ່ຂົງເຂດການເງິນ - ທະນາຄານ ແລະ ອົງການຄຸ້ມຄອງລັດ ”, ໄດ້ດຳເນີນໃນວັນທີ 29 ພຶດສະພາ ຢູ່ ຮ່າໂນ້ຍ ໂດຍກົມຮັກສາຄວາມປອດໄພດ້ານຂໍ້ມູນຂ່າວສານ (ຂຶ້ນກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ), ກົມຮັກສາຄວາມປອດໄພດ້ານອິນເຕີແນດ ແລະ ປ້ອງກັນຕ້ານອາດຊະຍາກຳທີ່ນຳໃຊ້ເຕັກໂນໂລຢິສູງ (ຂຶ້ນກັບກະຊວງຕຳຫຼວດ ຫວຽດນາມ), ໄດ້ສົມທົບກັບ ກຸ່ມບໍລິສັດຂໍ້ມູນ ສາກົນ ( IDC ຫວຽດນາມ) ຈັດຕັ້ງຂຶ້ນ.

ກອງປະຊຸມສຳມະນາ - ງານວາງສະແດງລະດັບຊາດ ກ່ຽວກັບການຮັກສາຄວາມລັບ 2019 (Security World 2019)ໄດ້ມຸ່ງໄປສູ່ເປົ້າໝາຍຊ່ວຍເຫຼືອບັນດາທະນາຄານ, ບັນດາອົງການການເງິນ, ບັນດາອົງການຄຸ້ມຄອງລັດສາມາດກຳແໜ້ນ ແລະ ຕີລາຄາບັນດາໄພອັນຕະລາຍຂອງຄວາມປອດໄພດ້ານອິນເຕີແນັດໃນປັດຈຸບັນ. ພ້ອມທັງສະເໜີບັນດາວິທີການຊ່ວຍເຫຼືອບັນດາອົງການຕ່າງໆຮັບມືຕໍ່ການຂະຫຍາຍຕົວຢ່າງວ່ອງໄວຂອງບັນດາຄວາມສ່ຽງໃນການຮັກສາຄວາມລັບຢ່າງທັນການ ແລະ ຮັບປະກັນການປະຕິບັດຕາມບັນດາຂໍ້ກຳນົດໃໝ່ໃນການຮັກສາຄວາມລັບ.

ຕອບກັບ

ຂ່າວ/ບົດ​ອື່ນ