ກອງປະຊຸມສຳມະນາ “ຈາກຄຳສັ່ງສອນຂອງລຸງໂຮ່ ຕະຫຼອດຮອດ ຄຸນສົມບັດວິຊາຊີບ”

ກອງປະຊຸມສຳມະນາ “ຈາກຄຳສັ່ງສອນຂອງລຸງໂຮ່ ຕະຫຼອດຮອດ ຄຸນສົມບັດວິຊາຊີບ” - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ “ຈາກ​ຄຳ​ສັ່ງ​ສອນ​ຂອງ​ລຸງ​ໂຮ່ ຕະຫຼອດ​ຮອດ​ຄຸນ​ສົມບັດ​ວິຊາ​ຊີບ”
(ພາບ: vinatom.gov.vn)

(vovworld) - ​​ທີ່​ກອງ​ປະຊຸມ​ສຳ​ມະ​ນາ “ຈາກ​ຄຳ​ສັ່ງ​ສອນ​ຂອງ​ລຸງ​ໂຮ່ ຕະຫຼອດ​ຮອດ​ຄຸນ​ສົມບັດ​ວິຊາ​ຊີບ” ​ໂດຍ​ອົງຄະນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 1/ 2, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ​ແລະ ​ເຮັດ​ແຈ້ງຄຳນິຍາມ “ຄຸນ​ສົມບັດ​ວິຊາ​ຊີບ” ​ແລະ “ມາດຕະຖານຄຸນສົມບັດ​ວິຊາ​ຊີບ”, ຄວາມ​ຮັບຜິດຊອບ​ດ້ານ​ການ​ເມືອງ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ຄະນະ​ພັກ​ທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ອົງການ​ຫົວໜ່ວຍ​ຢູ່ ອົງຄະນະພັກສູນ​ກາງ​ກໍ່​ຄື​ຢູ່ ພັກ​ກຸ່ມ​ໃນ​ການ​ກໍ່ສ້າງ ​ແລະ ປະຕິບັດ​ຄຸນ​ສົມບັດ​ວິຊາ​ຊີບ​ຕາມ​ແນວ​ຄິດ​ຂອງ​ປະທານ ​ໂຮ່ຈີ​ມິນ​; ຫຼາຍ​ຄຳ​ເຫັນ​ຖື​ວ່າ: ມາດຕະຖານ​ຄຸນ​ສົມບັດ​ວິຊາ​ຊີບ ​ແມ່ນ​ຄວາມ​ຮຽກຮ້ອງຕ້ອງການທີ່​ວາງ​ອອກ​ໃຫ້​ທຸກ​ຂະ​ແໜງ​ອາຊີບ​ໃນ​ສັງຄົມ. ​ຖ້າ​ບໍ່​ມີ​ມາດຕະຖານ​ຄຸນສົມບັດ​ວິຊາ​ຊີບ ພະນັກງານ, ລັດຖະກອນ, ຄົນ​ງານ​ຈະ​ບໍ່​ມີ​ພື້ນຖານ​ເພື່ອ​ຕີ​ລາຄາ​ຕົນ​ເອງ, ພາ​ໃຫ້​ການເສື່ອມ​ທາດເສຍ​ຄຸນ​ໃນ​ການ​ປະຕິບັດ​ງານ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຫຼາຍ​ຄຳ​ເຫັນ​ໄດ້​ຢັ້ງຢືນ​ເລື່ອງ​ກໍ່ສ້າງ ​ແລະ ປະຕິບັດ​ມາດຕະຖານ​ຄຸນສົມບັດ​ວິຊາ​ຊີບ​ຂອງ​ພະນັກງານ, ລັດຖະກອນ ​ແລະ ຄົນ​ງານ ​ແມ່ນ​ການ​ປະກອບສ່ວນ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ, ຈຸດອ່ອນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ.

 

ຂ່າວ/ບົດ​ອື່ນ