ກອງປະຊຸມສຳມະນາ ປະກອບຄຳເຫັນ ໃສ່ຮ່າງບົດລາຍງານ ການປະຕິບັດ ລັດຖະທຳມະນູນປີ 1992

ວັນ​ທີ 1/2, ຄະນະ​ຊີ້​ນຳການ​ສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ຂອງ​ລັດຖະບານ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ກ່ອນ​ທີ່​ຍື່ນ​ສະ​ເຫ​ນີລັດຖະບານ ພິຈາລະນາ, ​​ໃຫ້​ຄຳ​ເຫັນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ຫົວຫນ້າ​ຄະນະ​ຊີ້​ນຳ​ການ​ສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ຂອງ​ລັດຖະບານ ຊີ້​ແຈງ​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ປະກອບ​ຄຳ​ເຫັນ​, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ປະກອບ​ກ່ຽວ​ກັບ​ຈີນ​ຕະນາ​ການ, ຄວາມ​ຮັບ​ຮູ້ ການ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ແລະ ​ພິ​ເສດ ​ແມ່ນ​ຂໍ້ສ​ະ​ເຫ​ນີກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992. ຄະນະ​ຊີ້​ນຳ​ຈະ​ຮັບ​ເອົາ​ຄວາມ​ເຫັນ, ສ້າງ​ບົດ​ລາຍ​ງານ​ໃຫ້​ສຳ​ເລັດ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ​ໃນ​ກອງ​ປະຊຸມ​ຊຶ່ງ​ຈະ​ຈັດ​ຂຶ້ນຕົ້ນ​ເດືອນ 2 ນີ້. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ກະຊວງ, ຂະ​​ແຫນງ​ການ ​ແລະ ທ້ອງ​ຖິ່ນ ​ໄດ້​ຈັດ​ຕັ້ງ​ການ​ສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ຢ່າງ​ເຂັ້ມ​ງວດ./.

ຕອບກັບ

ຂ່າວ/ບົດ​ອື່ນ