ກອງປະຊຸມສຳມະນາ ວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດ

ກອງປະຊຸມສຳມະນາ ວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດ - ảnh 1
(ພາບ : http://baomoi.com)
ຕອນ​ເຊົ້າວັນ​ທີ 29/11 ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວຽກງານຖະແຫຼງຂ່າວ ຕໍ່ຕ່າງ ປະເທດ, ການ​ໂຄສະນາ​ກ່ຽວ​ກັບ​ເຂດ​ໝູ່​ເກາະທະ​ເລ ​ແລະ ການ​ແບ່ງ​ກຳນົດ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ປີ 2011. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ຢືນຢັນ​ວ່າ ການ​ພົວພັນ​ຕ່າງປະ​ເທດ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບລະ ຫວ່າງຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ຍາມ​ໃດ​ກໍ່​ແມ່ນ​ສາຍ​ພົວພັນ​ແບບ​ສະ​ເໝີ​ພາບ, ຮ່ວມ​ມື​ຍາວ​ນານ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ບົນ​ພື້ນຖານ​ກົດ​ບັດ ສປຊ ​ແລະ ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສາຍ​ພົວພັນ​ກັບ​ບັນດາ​ປະ​ເທດ ມີ​ເສັ້ນ​ຊາຍ​ແດນ​ຮ່ວມ ຄື ຈີນ, ລາວ, ກຳປູ​ເຈັຍ. ດັ່ງ​ນັ້ນ ຄວນ​ເປີດ​ກ້ວາງ ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຖະ​ແຫຼ​ງຂ່າວ​ຕໍ່​ຕ່າງປະ​ເທດ ​ໃນ​ຂົງ​ເຂດ​ວັດທະ​ນະ​ທຳ, ສື່​ມວນ​ຊົນ, ກາຍ​ພິມ​ຈຳໜ່າຍ ​ແລະ​ ສ້າງ​ຕັ້ງ​ສູນວັດທະນະທຳ ຈຳນວນ​ໜຶ່ງ​ຂອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ທ່ານ ບຸ​ຍ​ເທ​ດຶກ ຮອງ​ຫົວໜ້າ ຄະນະ​ໂຄສະ​ນາ​ສຶກສາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “  ບົນ​ພື້ນຖານ​ໝາກຜົນ​ວຽກ​ງານ ຖະ​ແຫຼ​ງຂ່າວ​ຕໍ່​ຕ່າງປະ​ເທດ​ປີ 2011, ພວກ​ເຮົາ​ພ້ອມ​ກັນ​ແລກປ່ຽນ​ຍົກ​ສູງ​ຄຸນ​ນະພາ​ບການ​ຖະ​ແຫຼ​ງຂ່າວ​ໃຫ​້​ແກ່​ຊາວ ​ຫວຽດ ນາມອາ​ໄສ​ຢູ່​ຕ່າງປະ​ເທດ, ນະ​ໂຍບາຍ​ການ​ພົວພັນ​ຕ່າງປະ​ເທດ, ການ​ປ້ອງ​ກັນຊາ​ດ​ໃນ​ສະພາບ​ການ​ໃໝ່. ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ໂຄສະນາ, ​ແກ້​ໄຂຂໍ້​ມຸນ​ຂ່າວສານ​ໃນ​ວຽກ​ງານ ໂຄສະນາ​ກ່ຽວ​ກັບ​ເຂດ​ໝູ່​ເກາະທະ​ເລ ​ແລະ ການ​ແບ່ງ​ກຳນົດ ປັກ​ຫຼັກ​ໝາຍ​ຊາຍ​ແດນ​. ພັກ, ລັດ ​ແລະ​ປຊຊຫວຽດນາມ​ຕັດສິ​ນໃຈ ຮັກສາ​ໄມຕີ​ຈິດ​ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ”

      ກອງປະຊຸມສຳມະນາວຽກງານຖະແຫຼງຂ່າວ ຕໍ່ຕ່າງ ປະເທດ, ການ​ໂຄສະນາ​ກ່ຽວ​ກັບ​ເຂດ​ໝູ່​ເກາະທະ​ເລ ​ແລະ ການ​ແບ່ງ​ກຳນົດ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ປີ 2011 ຍັງ​ຈະ​ດຳ​ເນີນ​ຢູ່​ບັນດາ​ແຂວງ​ພາກ​ໄຕ້​ຫວຽດນາມ​ໃນວັນ​ທີ 2 ​ແລະ 3/12 .

ຂ່າວ/ບົດ​ອື່ນ