ກອງປະຊຸມສຳມະນາ ”ສື່ມວນຊົນກັບສິດທິມະນຸດ”

ກອງປະຊຸມສຳມະນາ ”ສື່ມວນຊົນກັບສິດທິມະນຸດ” - ảnh 1
ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

(vovworld) - ”ສື່​ມວນ​ຊົນ​ກັບສິດ​ທິມະນຸດ”  ​ແມ່ນ​ຫົວ​ຂໍ້​ຂອງກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ໂທລະ​ຄົມ ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 23/2 ຢູ່ ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​​ໄຂ​ກອງປະຊຸມສຳ​ມະ​ນາ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ໂທລະ​ຄົມ ​ໂດກ​ວີ໋ຢວານ, ຊີ້​ແຈ້ງວ່າ, ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ອົງການ​ສື່​ມວນ​ຊົນ ​ໄດ້​ເຂົ້າ​ຮ່ວມ​ການ​ໂຄສະນາ, ​ແນະນຳ​ບັນດາ​ຜົນງານ​ຂອງ​ຫວຽດນາມ​ ໃນ​ວິວັດ​ແຫ່ງ​ການ​ປົກ​ປ້ອງ​ສິດ​ທິມະນຸດ​ຢ່າງ​ຕັ້ງໜ້າ. ສື່​ມວນ​ຊົນ​ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ເວທີ​ປາ​ໄສ ​ເພື່ອ​ໃຫ້​ປະຊາຊົນ​ສະ​ແດງ​ທັດສະນະ, ຄວາມ​ເຫັນກ່ຽວ​ກັບ​ຫຼາຍ​ຂົງ​ເຂດ​ໃນ​ຊີວິດ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ - ສັງຄົມ, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ.

        ບັນດາ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຖື​ວ່າ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ການ​ໂຄສະນາ​ກ່ຽວ​ກັບ​ສິດທິ​ມະນຸດ, ບັນດາ​ອົງການ​ສື່​ມວນ​ຊົນ​ຄວນ​ສ່ອງ​ແສງ ​ແລະ​ ປຸກລະດົມ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ປະຕິບັດ​ສິດທິ​ມະນຸດ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ສັງຄົມ​ຢ່າງ​ທັນ​ການ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ນັກ​ຂ່າວ ຟ້າ​ມວັນ​ແຄ໋ງ, ຫົວໜ້າ​ກົມ​ໂຄສະນາ​ທິດ​ສະ​ດີ, ໜັງສືພິມ ​ເຍິນ​ເຢີ​ນ (ປະຊາຊົນ), ​ເວົ້າ​ວ່າ:

        ”ຄວາມ​ຈິງ​ແຫ່ງ​ການ​ພັດທະນາ​ສັງຄົມ​ຢູ່​ຫວຽດນາມ, ບັນດາ​ບັນຫາ​ກ່ຽວ​ກັບ​ສິດທິ​ມະນຸດ ​ແມ່ນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດຈາກ​ພັກ, ລັດ ​ແລະ ປະຊາຊົນ. ກ່ຽວ​ກັບ​ການ​ໂຄສະນາ ​ແລະ ປະຕິບັດ​ສິດທິ​ມະນຸດ​ໃນ​ປະຈຸ​ບັນ, ຕາມ​ຂ້າພະ​ເຈົ້າ​ແລ້ວ, ຄວນສຸມ​ໃສ່​ບັນດາ​ສິດ​ທີ່​ເປັນ​ພື້ນຖານ​ຂອງ​ປະຊາຊົນ, ຕົວຢ່າງ​ຄື​ສິດ​ກ່ຽວ​ກັບ​ເສດຖະກິດ, ກຳມະສິດ​ດ້ານ​ຊັບ​ສົມບັດ, ທີ່​ດິນ.. ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ພວມ​ດຳ​ເນີນ​ການ​ກໍ່ສ້າງ​ ແລະ​ ປັບປຸງ​ກົດໝາຍ​ນີ້”

ຕອບກັບ

ຂ່າວ/ບົດ​ອື່ນ