(vovworld) - ວັນທີ 14/05, ຢູ່ນະຄອນດ່າລາດ, ມະຫາວິທະຍາໄລດ່າລາດ ໄດ້ສົບທົບກັບຄະນະໂຄສະນາສຶກສາຄະນະພັກແຂວງເລີມດົ່ງ ຈັດກອງປະຊຸມສຳມະນາວິທະຍາສາດ “ສະພາແຫ່ງຊາດຫວຽດນາມ - 70 ປີແຫ່ງວັນສ້າງຕັ້ງແລະພັດທະນາ” (1946 - 2016). ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສະເໜີບັນດາບົດປະກອບຄວາມເຫັນຄົ້ນຄວ້າ, ສະຫຼຸບ, ການຕີລາຄາບັນດາຜົນງານສຳຄັນໃນປະຫວັດສາດພັດທະນາຂອງສະພາແຫ່ງຊາດ; ບົດບາດຂອງສະພາແຫ່ງຊາດໃຫ້ວິວັດການນຳຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳ ຕາມທິດທັນສະໄໝ. ກອງປະຊຸມສຳມະນາມຸ່ງໄປເຖິງຄາດໝາຍສ້າງເວທີປາໄສແລກປ່ຽນ, ປຶກສາຫາລືເພື່ອສະຫຼຸບທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບວິວັດການ ແລະ ການພັດມະນາຂອງສະພາແຫ່ງຊາດໃນໄລຍະ 70 ປີຜ່ານມາ. ບົນພື້ນຖານນັ້ນ, ສະເໜີບັນດາທິດທາງ ແລະ ມາດຕະການປ່ຽນໃໝ່ໂຄງປະກອບ, ຈັດຕັ້ງການເຄື່ອນໄຫວຂອງສະພາແຫ່ງຊາດ ເພື່ອແນໃສ່ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການໃນໄລຍະສືບຕໍ່ປ່ຽນໃໝ່, ປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.