ກອງປະຊຸມສຳມະນາ ອາຊຽນ - ຈີນ ລະນຶກ 10 ປີແຫ່ງວັນລົງນາມ DOC

ກອງປະຊຸມສຳມະນາ ອາຊຽນ - ຈີນ ລະນຶກ 10 ປີແຫ່ງວັນລົງນາມ DOC - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ: internet

 (vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ລະ​ນຶກ 10 ປີ ​ແຫ່ງ​ວັນ​ລົງ​ນາ​ມໃນຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ໂດຍ​ບັນດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ​ແລະ ຈີນ ຈັດ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫລວງ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ ​​ເມື່ອວັນ​ທີ 1/11. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ Vu Ho ຮອງ​ຫົວຫນ້າ​ກົມ​ອາ​ຊຽນ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ນຳ​ຫນ້າ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ. ທ່ານ Hor Namhong ຮອງ​ນາຍົກລັດ​ຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກຳປູ​ເຈຍ ​ ຊີ້​ແຈງ​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ ອາ​ຊຽນ ​ແລະ ຈີນ ​ແລກປ່ຽນ​ວິ​ທີ​ການ​ຮັກສາ​ຜົນ​ສັກສິດ​ຂອງ DOC ​ເພື່ອ​ແກ້​ໄຂ​ບັນຫາ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປະຈຸ​ບັນ. ທ່ານ Hor Namhong ​ເນັ້ນ​ຫນັກ​ວ່າ:​ເລື່ອງ ອາ​ຊຽນ ​ແລະ ຈີນ ​ເຫັນ​ດີ​ລົງ​ນາມໃນ DOC ຢູ່​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​​ໂດຍ​ສັນຕິ​ວິທີ. ທ່ານ Hor Namhong ​ຖື​ວ່າ: ສອງ​ຝ່າຍ​ຄວນ​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ຜ່ານ​ການ​ກຳນົດ​ບັນດາ​ການ​ກະທຳ​ລະອຽດ​ເພື່ອ​ຜົນ​ປະ​ໂຫຍ​ດລວມ ​ແລະ ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ຄັ້ງ​ຕ່າງໆ​ບົນ​ພື້ນຖານ​ກ້າວ​ໄປ​ເຖິງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເທື່ອ​ລະ​ກ້າວ.

        ທ່ານນາງ ພູ​ຢີງ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ຖື​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊ່ືອ​ໃຈ​ເຊິ່ງກັນ ​ແລະ ກັນ, ຊຸກຍູ້​ການ​ຮ່ວມ​ມື ພ້ອມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ພູ​ຢີງ​ໄດ້ຢືນຢັນ​ວ່າ: ຈີນ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ DOC ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ພ້ອມ​ທັງ​ຖື​ວ່າ ຈີນ ​ແລະ ອາ​ຊຽນ ຄວນ​ມີ​ການ​ເຄື່ອນ​ໄຫວ​ເພື່ອ​​ກ້າວ​ໄປ​ເຖິງ​ເລື່ອງ​ຮັບຮອງ​ເອົາ COC ​ເທື່ອ​ລະ​ກ້າວ.

 

 

ຂ່າວ/ບົດ​ອື່ນ