ກອງປະຊຸມສຳມະນາ "ເປັນເຈົ້າມະຫາວິທະຍາໄລ”

ກອງປະຊຸມສຳມະນາ
ກອງປະຊຸມສຳມະນາ "ເປັນເຈົ້າມະຫາວິທະຍາໄລ”
(ພາບ: vietnamplus.vn)


(vovworld) – ກອງ​ປະຊຸມສຳ​ມະ​ນາ ວິທະຍາສາດ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ຢູ່​ຝລັ່ງ (AVSE) ຫາ​ກໍ່​ຈັດ​ຕັ້ງກອງ​ປະ​ຊຸມ​ສຳ​ມະ​ນາ​ໂຕະມົນ​ຄັ້ງ​ທີ 2 ດ້ວຍ​ຫົວ​ຂໍ້ "​ເປັນ​ເຈົ້າ​ມະຫາວິທະຍາ​ໄລ”. ​ເຂົ້າ​ຮ່ວມ​ກອງ​ປະຊຸມສຳ​ມະ​ນາ​ຄັ້ງ​ນີ້​ມີ ສາດສະດາຈານ, ຄູ​ສອນ​ທີ່​ມີ​ອິດທິພົນ​ຊື່​ສຽງ​ຂອງ​ຫວຽດນາມ ​ແລະ ຝລັ່ງ ຫຼາຍ​ຄົນ.

        ​ເມື່ອ​ເວົ້າ​ເຖິງ​ສາຍ​ເຫດ​ທີ່​ເລືອກ​​ເຟັ້ນຫົວ​ຂໍ້ "​ເປັນ​ເຈົ້າ​ມະຫາວິທະຍາ​ໄລ” ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ໂຕະມົນ ກ່ຽວ​ກັບ​ການ​ສຶກສາ​ຄັ້ງ​ທີ 2 ນີ້, ປະລິຍາ​ເອກ​ຂະ​ແໜງ​ວິ​ທະ​ຍາ​ສາດ​ສຶກສາ ຫງວຽນ​ທຸຍ​ເຟືອງ, ຄູ​ສອນ​ຢູ່​ມາ​ຫາ​ວິທະຍາ​ໄລ​ປາຣີ 7, ສະມາຊິກ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ.

        “ພວກ​ຂ້າພະ​ເຈົ້າ​ເລືອກ​ເຟັ້ນຫົວ​ຂໍ້ "​ເປັນ​ເຈົ້າ​ມະຫາວິທະຍາ​ໄລ” ​ແມ່ນ​​ເລີ່​ມມາ​ຈາກ​ຄວາມ​ຈິງ​ຢູ່​ຫວຽດນາມ. ​ຢູ່​ຝລັ່ງ ​ແມ່ນ​ເລີ່​ມປະຕິບັດ​ນັບ​ແຕ່​ປີ 2007, ສ່ວນ​ຢູ່​ຫວຽດນາມ​ ຫາ​ກໍ່​ປະຕິບັດ​ແຕ່​ປີ 2012, ໝາຍ​ຄວາມ​ວ່າ​ຫວຽດນາມ ​ແລະ ຝລັ່ງ ລ້ວນ​ແຕ່​ໃນ​ໄລຍະ​ປະຕິບັດ. ​ເຖິງ​ວ່າ​ສະພາບ​ແວດ​ລ້ອມ​ຂອງ​ແຕ່ລະ​ປະ​ເທດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກໍ່ຕາມ, ​ແຕ່​ຝລັ່ງ ພວມ​ຜັນ​ຂະຫຍາຍ​ບັນດາ​ບັນຫາ​ລະອຽດ, ຜ່ານ​ວິທີ​ປະຕິບັດ​ຂອງຝລັ່ງ, ຫວຽດນາມ​ສາມາດ​ເລືອກ​ເຟັ້ນວິທີ​ປະຕິບັດ​ທີ່​ເໝາະ​ສົມ​ໃຫ້​ແກ່​ຕົນ”.

        ຕາມ​ບັນດາ​ນັກ​ຊ່ຽວຊານ​​ເຂົ້າ​ຮ່ວມ​ກອງ​ປະຊຸມສຳ​ມະ​ນາແລ້ວ, ການເປັນ​ເຈົ້າ​ມະຫາວິທະຍາ​ໄລ ​ແມ່ນ​ທ່າ​ອ່ຽງທີ່​ຈຳ​ເປັນ​. ຢູ່​ຫວຽດນາມ ​ໄດ້​ມີ​ບາງ​ມະຫາ​ວິທະຍາ​ໄລ​ໃໝ່ ​ປະຕິບັດທົດ​ລອງ​ແລ້ວ. ​ແຕ່​ວ່າ, ຕ້ອງ​ກຳນົດ​ຈຸດ​ເວລາ​, ຂອບ​ຂະໜາດ, ດ້ວຍ​ຂໍ້​ກຳນົດ​ຢ່າງ​ລະອຽດ.

ຂ່າວ/ບົດ​ອື່ນ