ກອງປະຊຸມສຳມະນາ “ໝາກຜົນກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ"


ກອງປະຊຸມສຳມະນາ “ໝາກຜົນກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ
ກອງ​ປະ​ຊຸມ​ສຳ​ມະ​ນາ​ໂຕະມົນ “ ໝາກ​ຜົນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ບັນ​ດາ​ບັນ​ຫາ ແລະ ແງ່​ຫວັງ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ” ໄດ້​ຈັດ​ຂຶ້​ນຢູ່ມົດ​ສະ​ກູ

(vovworld)- ກອງ​ປະ​ຊຸມ​ສຳ​ມະ​ນາ​ໂຕະມົນ “ ໝາກ​ຜົນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ບັນ​ດາ​ບັນ​ຫາ ແລະ ແງ່​ຫວັງ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ” ໄດ້​ຈັດ​ຂຶ້​ນຢູ່ມົດ​ສະ​ກູ ປະ​ເທດ​ລັດ​ເຊຍ​ໃນ​ວັນ​ທີ 25/2. ມີ​ບົດ 12 ປະ​ກອບ​ຄຳ​ເຫັນ​ທີ່ ກອງ​ປະ​ຊຸມ​ສຳ​ມະ​ນາໄດ້​ຢືນ​ຢັນ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ບັນ​ດາ​ບົດປະ​ກອບ​ຄຳ​ເຫັນ​ທີ່ ກອງ​ປະ​ຊຸມ​ສຳ​ມະ​ນາຍັງ​ໄດ້​ຢືນ​ຢັນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນຫຼາຍ​ຝ່າຍ​ຂອງ​ຫວຽດ​ນາມ​ແມ່ນ​ຖືກ​ຕ້ອງ. ທ່ານ ອານ​ຕອນ ສ​ແວດ​ຕອບ ນັກ​ວິ​ຊາ​ການ​ສັງ​ກັດ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສະ​ພາ​ສະ​ຫະ​ພັນ​ລັດ​ເຊຍ​ໃຫ້​ຮູ້​ວ່າ :

    “ ຂ້າ​ພະ​ເຈົ້າ​ຖື​ວ່າ ການ​ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ແລະ ກົມ​ການ​ເມືອງ ທີ່ມີພາກ​ສ່ວນ​ຢ່າງ​ແຂງ​ແຮງ​ຄື​ໃນ​ປະ​ຈຸ​ບັນ ແມ່ນ​ສຳ​ຄັນ, ເພາະ​ບັນ​ດາ​ປັດ​ໄຈ​ໃໝ່​ຈະ​ນຳ​ມາ​ເຊິ່ງ​ແນວ​ຄວາມ​ຄິດ​ໃໝ່, ຂໍ້​ລິ​ເລີ່ມ​ໃໝ່. ການ​ເລືອກ​ເຟັ້ນ​ເອົາ​ບັນ​ດາ​ພາກ​ສ່ວນ​ໃນ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ແລະ ກົມ​ການ​ເມືອງ ແມ່ນ​ຢືນ​ຢັນ​ແນວ​ທາງ​ຂອງ​ຫວຽດ​ນາມ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ, ນັ້ນ​ແມ່ນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ພາກ​ພື້ນ ແລະ ສາ​ກົນ”
ຂ່າວ/ບົດ​ອື່ນ