ກອງປະຊຸມສຳມະນາ“ການກຳນົດທິດພັດທະນາພາສາຊົນເຜົ່າສ່ວນຫນ້ອຍຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ”

(VOVWORLD) -ຕອນເຊົ້າວັນທີ 27 ພຶດສະພາ, ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58 ຖະຫນົນ ກວານຊື ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບສະພາຊົນເຜົ່າຂອງສະພາແຫ່ງຊາດ, ຄະນະກຳມະການຊົນເຜົ່າ, ສະຖາບັນພາສາສາດ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການກຳນົດທິດພັດທະນາພາສາຊົນເຜົ່າສ່ວນຫນ້ອຍຜ່ານຄື້ນວິທະຍຸກະຈາຍສຽງຫວຽດນາມ. 
ກອງປະຊຸມສຳມະນາ“ການກຳນົດທິດພັດທະນາພາສາຊົນເຜົ່າສ່ວນຫນ້ອຍຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ” - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມໄດ້ເນັ້ນຫນັກວ່າ:

        “ສຳລັບ 12 ລາຍການກະຈາຍສຽງພາກພາສາຊົນເຜົ່າທີ່ໄດ້ອອກອາກາດໃນຫລາຍປີຜ່ານມາຂອງວິທະຍຸກະຈາຍສຽງຫວຽດນາມ ຄວນມີການປ່ຽນໃຫມ່, ຍົກສູງຄຸນນະພາບກ່ຽວກັບດ້ານເນື້ອໃນ, ວິທີສະແດງ, ເວລາອອກອາກາດ, ບ່ອນຜະລິດລາຍການ, ບ່ອນອອກອາກາດ.”

ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາລ້ວນແຕ່ຖືວ່າ ເລື່ອງສ້າງຊ່ອງກະຈາຍສຽງສະຫງວນສະເພາະໃຫ້ຜູ້ຟັງແມ່ນຊາວຊົນເຜົ່າສ່ວນຫນ້ອຍ ແມ່ນວຽກງານຈຳເປັນທີ່ສຸດ, ມີຄວາມໝາຍດ້ານການເມືອງ, ສັງຄົມຍິ່ງໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ