ກອງປະຊຸມສຳມະນາການທ່ອງທ່ຽວ 3 ແຂວງ ບັກຢາງ, ລ້າງເຊີນ ແລະ ຮ່າໂນ້ຍ

ກອງປະຊຸມສຳມະນາການທ່ອງທ່ຽວ 3 ແຂວງ ບັກຢາງ, ລ້າງເຊີນ ແລະ ຮ່າໂນ້ຍ - ảnh 1
ກອງປະຊຸມສຳມະນາການທ່ອງທ່ຽວ 3 ແຂວງ: ບັກຢາງ ລ້າງເຊີນ, ບັກຢາງ ແລະ ລ້າງເຊີນ ນະຄອນ ຮ່າໂນ້ຍ
ພາບ:ktdl.com.vn

(vovworld) - ຕອນ​ເຊົ້າ​ວັນ​ທີ 7/10 ຢູ່ ນະຄອນ ບັກ​ຢາງ, ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ​ແຂວງ ບັກ​ຢາງ, ລ້າງ​ເຊີນ ​ແລະ ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ: ການ​ຮ່ວ​ມສຳພັນ​ພັດທະນາ​ການທ່ອງທ່ຽວ​ຂອງ 3 ​ທ້ອງ​ຖິ່ນດັ່ງກ່າວ. ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ຕີ​ລາຄາ​ບັນດາ​ທ່າ​ແຮງ​ກ່ຽວ​ກັບ​ການທ່ອງທ່ຽວ​ຂອງ​ 3 ​ແຂວງ, ນະຄອນ, ຈາກ​ນັ້ນ​ວາງ​ທິດ​ທາງ,​ມາດ​ຕະການ​ຂຸດ​ຄົ້ນ​ທ່າ​ແຮງກ່ຽວ​ກັບ​ການທ່ອງທ່ຽວ​ຢ່າງ​ມີ​ປະສິດທິ​ຜົນ.  ທ່ານ Nguyen The Chinh ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ​ແຂວງ ບັກ​ຢາງ ​ໃຫ້​ຮູ້ວ່າ:

        “ຄວາມ​ສາມາດ​ບົ່ມ​ຊ້ອນ​ການທ່ອງທ່ຽວ​ຂອງ​ແຂວງ ບັກ​ຢາງ ​ແມ່ນ​ອຸດົມສົມບູນ ​ແຕ່​ວ່າ ​ເງື່ອນ​ໄຂ​ພັດທະນາ​ການທ່ອງທ່ຽວ​ຂອງ​ແຂວງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ພາຍຫລັງ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ​ເຮັດ​​ແນວ​ໃດ​ລະຫວ່າງ​ຂະ​ແຫນງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ 3 ​ແຂວງ, ນະຄອນ ມີ​ການ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນກວ່າ​ເພື່ອ​ຊ່ວຍ​ໃຫ້ 3 ​ແຂວງ​ສ້າງ​ຜະລິດ​ຕະພັນການທ່ອງທ່ຽວ​ໃຫມ່ ມີ​ຄວາມ​ດູດ​ດື່ມ​ກວ່າ.”

 

ຂ່າວ/ບົດ​ອື່ນ