ກອງປະຊຸມສຳມະນາກ່ຽວກັບການຄວບຄຸມດິນເຊາະເຈື່ອນຢູ່ເຂດທົ່ງພຽງແມ່ນຳ້ຂອງ

ກອງປະຊຸມສຳມະນາກ່ຽວກັບການຄວບຄຸມດິນເຊາະເຈື່ອນຢູ່ເຂດທົ່ງພຽງແມ່ນຳ້ຂອງ - ảnh 1
ພາບ​ປ​ະ​ກອບ

(vovworld) - ວັນ​ທີ 6/6, ຢູ່​ຊອກ​ຈັງ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ສົມທົບ​ກັບ​ອົງການ​ຮ່ວມ​ມື​ສາກົນ​ເຢັຍລະ​ມັນ (CIZ) ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຊອກ​ຈັງ, ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ ”​ການຄວບ​ຄຸມ​ດິນ​ເຊາະ​ເຈື່ອນ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ - ການ​ທ້າ​ທາຍ ​ແລະ ມາດ​ຕະການ​ແກ້​ໄຂ”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຄວາມ​ເຫັນ​ລ້ວນ​ແຕ່​ຖື​ວ່າ, ​ໃນ​ຫຼາຍ​ປີຜ່ານມາ, ບັນດາ​ທ້ອງ​ຖີ່​ນຢູ່​ເຂດ​ທົ່ງພຽງ​ແມ່​ນຳ້​ຂອງ​ເວົ້າ​ສະ​ເພາະ ​ແລະ ບັນດາ​ແຂວງ​ແຄມ​ທະ​ເລ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ ​ໄດ້​​ຜັນຂະຫຍາຍ​ຫຼາຍ​ມາດ​ຕະການ, ​ເພື່ອ​ຄວບ​ຄຸມ, ຕ້ານ​ດິນ​ເຊ​າະ​ເຈື່ອນ, ຈຳກັດ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ບັນດາ​ຄວາມ​ເຫັນ​ກໍ່​ຍົກ​ອອກ​ບາງມາດ​ຕະການ​ທີ່​ມີ​ປະສິດທິ​ຜົນຄື​: ການ​ປູກ​ປ່າ​ປ້ອງ​ກັນ, ການ​ກໍ່ສ້າງ​ຄັນ​ຄູ​ກັນ​ນຳ້​ທະ​ເລ....ບັນດາ​ຜູ້​ແທນ​ສະ​ເໜີຍົກ​ອອກ​ມາດ​ຕະການ​ຕ່າງໆ ​ເພື່ອ​ປົກ​ປັກ​ຮັກສາ​ຝັ່ງ​ທະ​ເລ, ຖື​ວ່າ​ນີ້​ແມ່ນ​ບັນຫາ​ສຳຄັນ​ໃນ​ການວາງ​ແຜນ​ກຳນົດ​ຄັນ​ຄູ​ກັນ​ນຳ້​ທະ​ເລ, ​ໃນ​ນັ້ນ​ປ່າ​ຊາຍ​ເລນ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປັດ​ໃຈ​ສຳຄັນ​ທັງມີ​ບົດບາດ​ຕັດສິນ ທັງ​ແມ່ນ​ມາດ​ຕະການ​ຍາວ​ນານ​ໃນ​ການ​ປົກ​ປັກ​ຮັກສາ​ຝັ່ງ​ທະ​ເລ.


ຂ່າວ/ບົດ​ອື່ນ