ກອງປະຊຸມສຳມະນາກ່ຽວກັບການຍົກສູງຄຸນນະພາບວຽກງານສ້າງແຜນສ້າງກົດໝາຍ

(VOVWORLD) -ຕອນເຊົ້າວັນທີ 21 ມີນາ ຢູ່ຮ່າໂນ້ຍ, ກະຊວງຍຸດຕິທຳໄດ້ຈັດກອງປະຊຸມສຳມະນາວ່າດ້ວຍຫົວຂໍ້ “ ບາງກຳນົດທິດ ແລະ ວິທີການແກ້ໄຂຍົກສູງຄຸນນະພາບວຽກງານສ້າງແຜນສ້າງກົດໝາຍ, ລັດຖະບັນຍັດ ”
ກອງປະຊຸມສຳມະນາກ່ຽວກັບການຍົກສູງຄຸນນະພາບວຽກງານສ້າງແຜນສ້າງກົດໝາຍ - ảnh 1 (ພາບປະກອບ)

ຕາມທ່ານນາງ ຫງວຽນທິເຟືອງລຽນ ຮອງຫົວໜ້າພະແນກນະໂຍບາຍກົດໝາຍ, ກົມບັນດາບັນຫາລວມກ່ຽວກັບການສ້າງກົດໝາຍ, ກະຊວງຍຸດຕິທຳແລ້ວ, ບັນດາກະຊວງ, ຂະແໜງການຄວນເລັ່ງໃສ່ຂອດຈັດຕັ້ງປະຕິບັດ, ໄຈ້ແຍກ, ຕີລາຄາຜົນກະທົບຂອງນະໂຍບາຍ, ພິຈາລະນາ ຮັບຮອງເອົານະໂຍບາຍເພື່ອຮັບປະກັນລັກສະນະເປັນໄປໄດ້ຂອງນະໂຍບາຍ. ທ່ານນາງ ຫງວຽນທິເຟືອງລຽນ ກ່າວວ່າ:

    “ ຈາກວຽກງານທີ່ປະຕິບັດເປັນຢ່າງດີໃນຂອດນະໂຍບາຍນັ້ນ, ເມື່ອບັນດາຮ່າງກົດໝາຍຖືກນຳເຂົ້າແຜນການ ຈະສາມາດຮັບປະກັນຄຸນນະພາບ, ລັກສະນະເປັນໄປ, ຄວາມເປັນປົກກະຕິຂອງແຜນການ ກໍໄດ້ຮັບການຍົກສູງ. ວິທີການແກ້ໄຂທີ 2 ແມ່ນລົງທຶນທາງດ້ານແຫຼ່ງກຳລັງກ່ຽວກັບມະນຸດ. ຖັນແຖວພະນັກງານລະບອບກົດໝາຍຢູ່ບັນດາກະຊວງ, ຂະແໜງການກໍຕ້ອງໄດ້ຮັບການຝຶກອົບຮົມເພື່ອຍົກສູງວິຊາສະເພາະ, ຍົກສູງລະດັບຄວາມຮູ້, ບັນດາທັກສະໃນການໄຈ້ແຍກ, ຕີລາຄາຜົນກະທົບຂອງນະໂຍບາຍເພື່ອເສີມຂະຫຍາຍຄວາມສາມາດຂອງຖັນແຖວພະນັກງານສ້າງກົດໝາຍຢູ່ບັນດາກະຊວງ, ຂະແໜງການໃນວິວັດການນຳສະເໜີ, ໄຈ້ແຍກນະໂຍບາຍ ກໍຄືໃນວິວັດການສ້າງແຜນການ. ນີ້ແມ່ນປັດໄຈສຳຄັນ, ປະກອບສ່ວນສ້າງຄວາມເປັນປົກກະຕິ ແລະ ລັກສະນະເປັນໄປໄດ້ຂອງແຜນການ ”

ຕອບກັບ

ຂ່າວ/ບົດ​ອື່ນ