ກອງປະຊຸມສຳມະນາກ່ຽວກັບການເຫຼື້ອມໃສແລະຄຸ້ມຄອງລັດສຳລັບການເຄື່ອນໄຫວເຫຼື້ອມໃສ

ກອງປະຊຸມສຳມະນາກ່ຽວກັບການເຫຼື້ອມໃສແລະຄຸ້ມຄອງລັດສຳລັບການເຄື່ອນໄຫວເຫຼື້ອມໃສ - ảnh 1
ພາບ​ປະ​ກອບ

(vovworld) – ​ ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​​ເຫຼື້ອມ​ໃສ​ ແລະ ​ຄຸ້ມ​ຄອງ​ລັດ​ສຳ​ລັບ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ ໂດຍ​ຄະ​ນະ​ສາ​ສະ​ໜາ​ລັດ​ຖະ​ບານ​ຈັ​ດ​ຕັ້ງ​ໃນ​ວັນ​ທີ 8/6, ຢູ່​ແຂວງ ທ໋າຍງວຽນ. ບັນ​ດາ​ຜູ້​ແທນ​ສຸ​ມ​ໃສ່​ປຶກ​ສາ​ຫາ​ລື​ບາງ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ ແລະ ຄຸ້ມ​ຄອງ​​ລັດ​ສຳ​ລັບ​ການເຫຼື້ອມ​ໃສ​ຄື: ບົດ​ບາດ​ຂອງ​ການ​ເຫຼື້ອມ​ໃສສຳ​ລັບ​ສາ​ສະ​ໜາຢູ່ ຫວຽດ​ນາມ ໃນ​ປະ​ຈຸ​ບັນ, ຜົນ​ສະ​ທ້ອນ​ຂອງ​ການ​ ເຫຼື້ອມ​ໃສ​ເຖິງ​ສະ​ພາບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ເມືອງ, ຄວາມ​ລະ​ບຽບ​ຮຽບ​ຮ້ອຍ - ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ວຽກ​ງານ​ຄຸ້ມ​ຄອງ​ລັດ​ສຳ​ລັບ​ການເຫຼື້ອມ​ໃສ​ໃນ​ປະ​ຈຸ​ບັນ, ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ສຳ​ລັບ​ການ​ເຄື​່ອນ​ໄຫວ​ເຫຼື້ອມ​ໃສ, ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂ​ະ​ຫຍາຍ​ຄຸ້ນ​ຄ່າ​ຂອງ​ການ​ເຫຼື້ອມ​ໃສ … ຄຽງ​ຄູ່​ກັນ​ນັ້ນ, ສະ​ມາ​ຊິກ​ບາງ​ທ່ານກໍ່​ຖື​ວ່າ: ຕ້ອງ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ວິ​ທີ​ຮັບ​ຮູ້​​ສາຍ​ກ່ຽວ​ພັນ​ ​ກັນ​​ລະ​ຫວ່າງ​ການ​ເຫຼື້ອ​ໃສ ແລະ ສາ​ສະ​ໜາ, ວັດ​ທະ​ນະ​ທຳ ແລະ ຜົນ​ສະ​ທ້ອນ​ຂອງ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສເຖິ​ງ​ສະ​ພາບ​ຄວາມ​ສະ​ຫງົບ, ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ເພື່ອ​ຈາກນັ້ນ​ມີ​ແຜນ​ນະ​ໂຍບ​າຍ, ນະ​ໂຍ​ບາຍ​ຖືກ​ຕ້ອງ​ກັບ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສຢູ່ ຫວຽດ​ນາມ.

 


ຂ່າວ/ບົດ​ອື່ນ