ກອງປະຊຸມສຳມະນາກ່ຽວກັບຄວາມປອດໄພຂອງໂຮງງານໄຟຟ້ານິວເຄຼຍດ້ວຍເຕັກໂນໂລຊີເຕົາປະຕິກອນ

ກອງປະຊຸມສຳມະນາກ່ຽວກັບຄວາມປອດໄພຂອງໂຮງງານໄຟຟ້ານິວເຄຼຍດ້ວຍເຕັກໂນໂລຊີເຕົາປະຕິກອນ - ảnh 1
ພາບປະກອບ:internet


(vovworld)- ​ໃນ​ວັນ​ທີ 28 - 31/5/2013 ຢູ່​ນະຄອນ Pot don xko ​ຊື່​ງ​ແມ່ນ​​ແຂວງ​ຫນຶ່ງ​ຢູ່ ມົດ​ສະ​ກູ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ເຕັກນິກ​ສາກົນ​ຄັ້ງ​ທີ 8 ທີ່​ມີ​ຫົວ​ຂໍ້​ວ່າ: “ຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້​ແກ່​ໂຮງງານ​​ໄຟຟ້າ​ນິວ​ເຄຼຍ​ດ້ວຍ​ເຕັກ​ໂນ​ໂລ​ຊີເຕົາ​ປະລິ​ກອນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ບົດ​ປະກອບ​ຄຳ​​ເຫັນ​ໄດ້​ສຸມ​ໃສ່​ຫົວ​ຂໍ້ ​ເຮັດ​ແນວ​ໃດ​ ​ແລະ ສ້າງ​ແຜນການ, ຍຸດ​ທະ​ສາດຄື​ແນວ​ໃດ​​ໃນ​​ໄລຍະ​ສັ້ນ ​ແລະ ຍາວ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ນິວ​ເຄຼຍຢູ່​ແຕ່ລະ​ປະ​ເທດ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກ່ຽວກັບ​ການກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍຢູ່ ຫວຽດນາມ ​ແລະ ຄວາມ​ປອດ​ໄພ​ນິວ​ເຄຼຍ, ທ່ານ Mikhaiil Nikitenko, ດຣ ວິທະຍາສາດ, ຮອງ​ຫົວຫນ້າ​ຄະນະ​ອອກ​ແບບ​ບໍລິສັດ Ghiddropress ​ໃຫ້​ຮູ້​ວ່າ:

        “ກ່ອນ​ອື່ນ​ໝົດ ບັນດາ​ຊ່ຽວຊານ​ຫວຽດນາມ ຄວນ​ຄິດ​​ໄລ່ເຖິງ​ການ​ເລ​ືອກ​ເຟັ້ນ​ແຜນ​ຮ່າງ​ທີ່​ຖຶກຕ້ອງ​ໃນ​ການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ຊື່​ງລັດ​ເຊຍ​ໄດ້​ແນະນຳ. ​ເພາະວ່າ ບັນດາ​ແຜນ​ຮ່າງ​ນີ້​ລ້ວນ​ແຕ່​ນຳ​ໃຊ້​ໃນ​ໄລຍະ​ 60 ປີ. ​ເຖິງ​ວ່າ​ບັນດາ​ແຜນ​ຮ່າງ​ດັ່ງກ່າວ​ລ້ວນ​ແຕ່​ໄດ້​ຮັບ​ການຖອດ​ຖອນ​ບົດຮຽນ​ຈາກ​ເຫດການ Fukusima​ແລ້ວ.”

ຂ່າວ/ບົດ​ອື່ນ