ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ມະຫາວິທະຍາໄລParisDiderot

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ມະຫາວິທະຍາໄລParisDiderot - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາຢູ່ ມະ​ຫາ​ວິ​ທະ​ຍາ​ໄລ Paris Diderot
(ພ​າບ: baotintuc.vn)

(vovworld) – ​ ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຳ​ມະ​ນາ, ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ ຫວຽດ​ນາມ ຈັດ​ຕັ້ງ​ຢ​ູ່​ພະ​ແນກ ຫວຽດ​ນາມ​ວິ​ທະ​ຍາ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ Paris Diderot, ຕອນ​ບ່​າຍ​ວັນ​ທີ 21/5, ກຸ່ມ​ຄົ້ນ​ຄ້​ວາ “ທະ​ເລ​ຕາ​ເວັນ​ອອກ​ຢູ່ ຝ​ຣັ່ງ” ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ບັນ​ດາ​​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ: ແງ່​ມູນ​ນິ​ຕິ​ທຳ, ວິ​ທີ​ ສຳ​ພັດ​ຂອງ ຫວຽດ​ນາມ”.

        ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ນັກ​ປາ​ຖະ​ກະ​ຖາ ຫງວຽນ​ຮ່​ວາຍ​ເຕື້ອງ ໄດ້​ສຸມ​ໃສ່​ໄຈ້​ແຍກ​ບັນ​ດາ​ການ​ຂັດ​ແຍ້ງ​ກ່ຽວ​ກັບ​​ເຂດ​ນ້ຳ​ແດນ​ດິນ​ຢູ່​ທະ​ເລຕາ​ເວັນ​ອອກ, ເຕື້ອງ​ເຖິງ​ການ​ອະ​ທິ​ປາຍ​ໄຮ້​ເຫດ​ຜົນ​ກ່ຽວ​ກັບ​ອັນ​ເອີ້​ນ​ວ່າ “ເສັ້ນລີ້ນ​ງົວ 9 ຕອນ” ກໍ່​ຄື​​ການ​ທວງ​ເອົາ​ອະ​ທິ​ປະ​ໄຕ​ ໂດຍ ບໍ່​ມີຫຼັກ​ຖານ​ຂອງ​ຈີນ.

        ຫຼັງ​ຈາກນັ້ນ​ແມ່ນ​ວາ​ລະ​ປຶກ​ສາ​ຫາ​ລື​ຢ່າງ​ຟົດ​ຟື້ນ​ດ້ວຍຫຼາຍ​ຄຳ​ເຫັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ເອ​ກະ​ສານ​ປະ​ຫວັດ​ສາດ ແລະ ​ເອ​ກະ​ສານ​ດ້ານ​ກົດ​ໝາຍ​ກ່ຽວ​ກັບ​ອ​ະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ທີ່​ມີ​ຕໍ່​ໝູ່​ເກາະ ຮ່​ວາງຊາ ແລະ ເຈື່ອງ​ຊາ, ຊື່​ເອີ້ນ​ຂອງ​ທະ​ເລ​ຕາ​ເວັນ​ອອກ, ເລື່ອງ​ຊອກ​ຫາ​ມາດ​ຕະ​ການ​ສັນ​ຕິ​ພາບ​ໃຫ້​ບັນ​ດາ​ການ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ…

 


ຂ່າວ/ບົດ​ອື່ນ