ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ອັກຊັງຕີນ

 

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ອັກຊັງຕີນ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:TTXVN


(vovworld)- ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​​​ແມ່ນ​ເລີ່​ມຈາກ ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈ​າະນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢ່​ູ​ເຂດ​ເສດຖະກິດ​ຈະ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ ຫວ່າງ​ແລ້ວ​ນີ້ ​ໂດ​ຍຄະນະ​ກຳມະການ ອາຊີ ຂຶ້ນ​ກັບ​ສະພາ​ພົວພັນ​ກັບ​ສາກົນ ອັກ​ຊັງ​ຕີນ  ​ຈັດ​ຂຶ້ນ​ໃນ​ວັນ​ທີ 5/8 ຢູ່ ນະຄອນຫລວງ Buenos Aires. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ບັນດາ​ນັກ​ຄົ້ນ​ຄ້ວາ ​ແລະ ນັກຮຽນ​ຮູ້ ອັກ​ຊັງ​ຕີນ, ​ໃນ​ນັ້ນ ມີ​ບັນດາອະດີດ​​ເອກ​ອັກຄະ​ລັດຖະທູດ​ຂອງ​ປະ​ເທດ​ນີ້ ຢູ່ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ດີງຖາວ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອັກ​ຊັງ​ຕີນ ​ໄດ້​ຊີ້​ແຈ້ງວ່າ: ການ​ກະທຳ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ບໍ່​ພຽງ​ແຕ່ລະ​ເມີດ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ (UNCLOS) ປີ 1982 ​ເທົ່າ​ນັ້ນ ຫາກ​ໄປ​ຝືນ​ກັບ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຊື່​ງຈີນ ​ໄດ້​ລົງ​ນາມ​ກັບ ອາ​ຊຽນ ​ໃນ​ປີ 2002. ທ່ານ​ນາງ Aquino, ​ເອກ​ອັກຄະ​ລັດຖະທູດ ຟິລີບ​ປີນ ປະຈຳ ອັກ​ຊັງ​ຕີນ ກໍ​​ໄດ້​ຕຳ​ນິຕິ​ຕຽນ​ຄວາມ​ມັກ​ໃຫຍ່​​ໃຝ່​ສູງ​ຂອງ​ຈີນ ຢາກ​ທວງ​ເອົາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ Julio A Hang ຜູ້ອຳນວຍການ​ສະ​ຖາ​ບັນ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ ​ແລະ ບັນດາ​ບັນຫາ​ຍຸດ​ທະ​ສາດ​ຂອງສະພາ ພົວພັນ​ກັບ​ສາກົນ ອັກ​ຊັງ​ຕີນ   ຢືນຢັນ​ວ່າ: ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ ​ແມ່ນ​ການ​ກະທຳ​ທີ່​ຮ້າຍ​ແຮງ ພ້ອມ​ທັງ​ຊີ້​ແຈ້ງວ່າ ​ຄວາມມັກ​ໃຫຍ່​​ໃຝ່​ສູງ​ທວງ​ເອົາ​ທະ​ເລ​ຕາ​ເວັນ​ອອກ​ເກືອບທັງ​ໝົດ​ຂອງ​ຈີນ, ​ໄດ້ກໍ່​ຄວາມ​ເຄັ່ງ​ຕຶງ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ​ໃນ​ນັ້ນ ມີ​ຫວຽດນາມ ​ແລະ ຟີ​ລີບ​ປີນ.

ຂ່າວ/ບົດ​ອື່ນ