ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ອິນເດຍ

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ອິນເດຍ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຫວຽດ​ນາມ ປະ​ຈຳ​ອີນ​ເດຍ ຕົນ​ຊິງ​ແທ່ງ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: vietnamplus.vn)


(vovworld) - ​ຕອນ​ຄ່ຳ​ວັນ​ທີ 01/12, ຢູ່​ສູນ​ສາ​ກົນ​ອິນ​ເດຍ (IIC), ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ “ທະ​ເລ​ຕາ​ເວັນ​ອອກ: ກ່າວ​ປາ​ໄສ​ຍຸດ​ທະ​ສາດ, ກົດ​ໝາຍ​ສາ​ກົນ ແລະ ແງ່​ມຸມ​ເສດ​ຖະ​ກິດ”. ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ໂດຍ​ກຸ່ມ​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ບັນ​ດາ​ຍຸດ​ທະ​ສາດ​​ທົດ​ແທນ (WGAS) ຈັດ​ຕັ້ງ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ມີ​ບັນ​ດາ​ນັກ​ຮຽນ​ຮູ້, ນັກ​ຊ່ຽວ​ຊານ​ຄົ້ນ​ຄວ້າ​ດ້ານ​ການ​ເມືອງ​ຍຸດ​ທະ​ສາດ​ທີ່​ມີ​ຊື່​ສຽງ ແລະ ວົງ​ການ​ສື່​ສານ​ອິນ​ເດຍ, ຜູ້​ຕາງ​ໜ້າ​ສະ​ຖານ​ທ​ູດ​ບາງ​ປະ​ເທດ… ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຫວຽດ​ນາມ ປະ​ຈຳ​ອີນ​ເດຍ ຕົນ​ຊິງ​ແທ່ງ ໃຫ້​ຮູ້​ວ່າ, ຫວຽດ​ນາມ ແມ່ນ​ປະ​ເທດ​ເຂ​ົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​​ຂອງສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ (UNCLOS) ປີ 1982, ພ້ອມ​ທັງ​ຢືນ​ຢັນ​ວ່າ, ຫວຽດ​ນາມ ມີ​ສິດ​ອະ​ທິ​ປະ​ໄຕ ແລະ ສິດ​ຕັດ​ສິນ​ສຳ​ລັບ​ເຂດ​ເສດ​ຖະ​ກິດ​​ພິ​ເສດ​ຂອງ​ຕ​ົນ ແລະ ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອື່ນ​ຕ້ອງ​ເຄົາ​ລົດ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ນີ້. ນອກ​ຈາກນັ້ນ, ຫວຽດ​ນາມ ກໍ​ເ​ຄົາ​ລົບອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ອື່ນ​ຕາມ UNCLOS. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ມີພື້ນ​ຖານ​​ດ້ານ​ກົດ​ໝາຍ ແລະ ​ພະ​ຍານ​ຫຼັກ​ຖານປະ​ຫວັດ​ສາດຢ່າງ​ພຽງ​ພໍ ເພື່ອ​ຢືນ​ຢັນ​ອະ​ທິ​ປະ​ໄຕ​ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ​. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຕົນ​ຊິງ​ແທ່ງ ​ສ​ືບ​ຕໍ່ຊີ້​ແຈ້ງ​ຫຼັກ​ໝັ້ນ​ຂອງ​ຫວຽດ​ນາມ ສຳ​ລັບ​ບັນ​ດາ​ການ​ຂັດ​ແຍ​້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ບັນ​ດາ​ຝ່າຍ​ທີ່​ກ່​ຽວ​ຂ້ອງ​ຕ້ອງ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ​ອີ່ງຕາມ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ UNCLOS, ພ້ອມ​ທັງ​ຖື​ວ່າ, ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່​ນ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ລະ​ງັ​ບ​ໃຈ, ບໍ່​ນຳ​ໃຊ້​ອາ​ວຸດ ​ຫຼື ນາບ​ຂູ່​ນຳ​ໃຊ້​ອາ​ວຸດ, ບໍ່​ມີ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ ແລະ ຫັນ​ເປັນ​ການ​ທະ​ຫານ​ເພື່ອ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ນີ້… ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຕົນ​ຊິງ​ແທ່ງ ໃຫ້​ຮູ້​ວ່າ, ຫວຽດ​ນາມ ​ຈະ​ຊຸກ​ຍູ້​ຈ​ີນ ແລະ ອາ​ຊຽນ ຕ້ອງ​ບັ​ນ​ລຸ​ກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ ແລະ ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຕ້ອງ​ມີ​ບັນ​ດາ​ການ​ປະ​ກອບ​​ສ່ວນສ້າງ​ສາ​ຕາມ​ກົດ​ໝາຍ​ສາ​ກົນ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ກົດ​ໝາຍ​ກ່ຽວ​ກັບ​ທະ​ເລ ແລະ ມະ​ຫາ​ສະ​ມຸດ.

        ບົດ​ກ່າວ​ປາ​ໄສ​ຂອງ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຕົນ​ຊິງ​ແທ່ງ ໄດ້​ຮັບ​ການ​ຕ​ີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ນັກ​ຮຽນ​ຮູ້ ແລະ ຜູ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ ເມື່ອ​ຊີ້​ແຈ້ງ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ກ​ໍ​ຄື​ກະ​ຕຸກ​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖ​ຽນ​ລະ​ພາບ​ຢູ່​ພາກ​ພື້ນ.

ຂ່າວ/ບົດ​ອື່ນ