ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ເຢຍລະມັນ: ເນັ້ນໜັກເຖິງຄວາມສຳຄັນຂອງກົດໝາຍສາກົນ

(VOVWORLD) -ຄຳຖະແຫຼງໄຮ້ເຫດຜົນກ່ຽວກັບ “ເສັ້ນລີ້ນງົວ” ເຊິ່ງກົດໝາຍສາກົນໄດ້ປະຕິເສດ. ເພື່ອສະກັດກັ້ນບັນດາການກະທຳຜິດກົດໝາຍຢູ່ທະເລຕາເວັນອອກ, ປະຊາຄົມສາກົນຄວນເພີ່ມທະວີຄວາມຮັບຮູ້ກ່ຽວກັບສະພາບການທີ່ຮ້າຍແຮງຢູ່ທະເລຕາເວັນອອກ
ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ເຢຍລະມັນ: ເນັ້ນໜັກເຖິງຄວາມສຳຄັນຂອງກົດໝາຍສາກົນ - ảnh 1 (ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ)

ຕອນຄ່ຳວັນທີ 30 ມັງກອນ, ສະຖາບັນອາຊີ - ອາຟະລິກາ ຂຶ້ນກັບມະຫາວິທະຍາໄລ Hamburg, ສະຫະພັນເຢຍລະມັນ, ໄດ້ຈັດກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 3. ໂດຍເປັນປະທານກອງປະຊຸມສຳມະນາ, ທ່ານສາດສະດາຈານ Thomas Engelbert, ສັງກັດມະຫາວິທະຍາໄລ Hamburg, ຕີລາຄາວ່າ ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກນັບມື້ນັບດຶງດູດຄວາມສົນໃຈຂອງປະຊາຄົມສາກົນ, ໃນນັ້ນມີສະຫະພາບເອີລົບ (ອີຢູ), ຍ້ອນມັນສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ. ສ່ວນທ່ານ ປອ Takashi Hosoda, ສັງກັດມະຫາວິທະຍາໄລ Charles ຢູ່ Praha, ສ.ເຊັກໂກ, ຢືນຢັນວ່າ ຄຳຖະແຫຼງໄຮ້ເຫດຜົນກ່ຽວກັບ “ເສັ້ນລີ້ນງົວ” ເຊິ່ງກົດໝາຍສາກົນໄດ້ປະຕິເສດ. ເພື່ອສະກັດກັ້ນບັນດາການກະທຳຜິດກົດໝາຍຢູ່ທະເລຕາເວັນອອກ, ປະຊາຄົມສາກົນຄວນເພີ່ມທະວີຄວາມຮັບຮູ້ກ່ຽວກັບສະພາບການທີ່ຮ້າຍແຮງຢູ່ທະເລຕາເວັນອອກ, ມີມາດຕະການເພື່ອຊ່ວຍບັນດາປະເທດອາຊຽນ ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ ແລະ ຕິດຕາມກວດກາເຂດທະເລຂອງຕົນ, ມີຂໍ້ກຳນົດກົດບັງຄັບສຳລັບການກະທຳລະເມີດກົດໝາຍສາກົນຢູ່ທະເລຕາເວັນອອກ.

          ໃນຂະນະນັ້ນ, ທ່ານ ປອ Grehard Will, ອະດີດນັກຊ່ຽວຊານກ່ຽວກັບທະເລຕາເວັນອອກ ຂອງກອງທຶນວິທະຍາສາດ ແລະ ການເມືອງເຢຍລະມັນ, ຖືວ່າ ຈີນ ຕ້ອງຍົກເລີກທຸກການເຄື່ອນໄຫວຫັນເປັນການທະຫານຢູ່ທະເລຕາເວັນອອກ, ສະແດງໃຫ້ເຫັນການກຽມພ້ອມ ແລະ ຄວາມສາມາດຮ່ວມມືໃນຂົງເຂດປ້ອງກັນຄວາມໝັ້ນຄົງ, ເສດຖະກິດ ບົນພື້ນຖານສະເໝີພາບ ແລະ ເຄົາລົບກົດໝາຍສາກົນ. ບັນດາຄຳເຫັນຂອງນັກຊ່ຽວຊານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງທະເລຕາເວັນອອກ ສຳລັບຄວາມເສລີດ້ານການຄ້າ ແລະ ການເດີນເຮືອສາກົນ, ບັນດາຝ່າຍຄວນເຄົາລົບກົດໝາຍສາກົນ…

ຕອບກັບ

ຂ່າວ/ບົດ​ອື່ນ