ກອງປະຊຸມສຳມະນາກ່ຽວກັບພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີສິ່ງແວດລ້ອມ ຫວຽດນາມ - ຍີ່ປຸ່ນ

(VOVWORLD) - ວັນທີ 10 ມັງກອນ, ກອງປະຊຸມສຳມະນາກ່ຽວກັບພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີສິ່ງແວດລ້ອມ ຫວຽດນາມ - ຍີ່ປຸ່ນ ໄດ້ຈັດຕັ້ງຢູ່ ຮ່າໂນ້ຍ,
ກອງປະຊຸມສຳມະນາກ່ຽວກັບພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີສິ່ງແວດລ້ອມ ຫວຽດນາມ - ຍີ່ປຸ່ນ - ảnh 1 ທີ່ກອງປະຊຸມສຳມະນາ (ພາບ:daibieunhandan.vn)

ດ້ວຍຈຸດປະສົງແນະນຳບັນດາມາດຕະການເຕັກໂນໂລຊີ ຊ່ວຍຄວບຄຸມມົນລະພິດອາກາດ, ຄວບຄຸມສິ່ງເສດເຫຼືອ, ບຳບັດນ້ຳເສຍ…ພວມໄດ້ຮັບການໜູນຊ່ວຍປະຕິບັດຢູ່ບາງແຂວງ, ນະຄອນຂອງ ຫວຽດນາມ ຈາກ ຍີ່ປຸ່ນ. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານເຕັກໂນໂລຊີສິ່ງແວດລ້ອມ ຍີ່ປຸ່ນ ໄດ້ແບ່ງປັນກ່ຽວກັບບັນດາບົດຮຽນ, ນະໂຍບາຍ, ຮູບແບບການຄຸ້ມຄອງຂອງ ຍີ່ປຸ່ນ ເພື່ອຊຸກຍູ້ການພັດທະນາເສດຖະກິດໝູນວຽນ. ທ່ານ ຮ່ວາງວັນທຶກ, ຮອງຫົວໜ້າກົມໃຫຍ່ສິ່ງແວດລ້ອມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ:

        ພວກເຮົາໄດ້ຮູ້ວ່າ: ປັດຈຸບັນ, ບັນດາການກຳຈັດສິ່ງເສດເຫຼືອຍັງຄົງແມ່ນບັນຫາສິ່ງແວດລ້ອມເຄັ່ງຮ້ອນນັບແຕ່ຊົນນະບົດໄປຮອດຕົວເມືອງ. ພ້ອມດ້ວຍການຊີ້ນຳຈາກຂັ້ນສູນກາງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ສົມທົບກັບບັນດາອົງການຈັດຕັ້ງສາກົນອື່ນ, ໃນນັ້ນ ມີບັນດາອົງການຈັດຕັ້ງຈາກ JICA ຂອງ ຍີ່ປຸ່ນ, ຈາກກະຊວງສິ່ງແວດລ້ອມ ຍີ່ປຸ່ນ. ບັນດາເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມຂອງ ຍີ່ປຸ່ນ ແມ່ນກ້າວໜ້າ ແລະ ທັນສະໄໝທີ່ສຸດ, ດັ່ງນັ້ນ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ກໍ່ເອົາໃຈໃສ່ກ່ຽວກັບການກຳຈັດສິ່ງເສດເຫຼືອ ແລະ ການນຳໃຊ້ໝູນວຽນຄືນໃໝ່.

        ກອງປະຊຸມສຳມະນາ “ພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີສິ່ງແວດລ້ອມ” ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນຂົງເຂດພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີສິ່ງແວດລ້ອມ. ຈາກນັ້ນ ມຸ່ງໄປເຖິງການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ