ກອງປະຊຸມສຳມະນາກ່ຽວກັບວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດ

ກອງປະຊຸມສຳມະນາກ່ຽວກັບວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດ - ảnh 1
ສະມາຊິກສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງ
ພາບປະກອບ:internet


(vovworld)-  ກອງ​ປະຊຸມ​ສຳ​ມະ​ນາ“​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ຄົ້ນ​ຄ້ວາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ຄົ້ນ​ຄ້ວາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/3 ຢູ່ ນະຄອນ​ໂຮ່ຈິ​ມິນ. ນີ້​ແມ່ນ​ລາຍການນອນ​ໃນ​ໂຄງການ“ຍົກ​ສູງ​ປະສິດທິ​ຜົນ​ການ​ພົວພັນ​ລະຫວ່າງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ມີ​ສິດ​ເລ​ືອກຕັ້ງ​ຢູ່ ຫວຽດນາມ” ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ແລະ ສະ​ຖາ​ບັນ KAS ຂອງ​​ເຢຍລະ​ມັນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​​ໄຈ້​ແຍກ​ກ່ຽວ​ກັບ​ວຽກ​ງານ​ຄົ້ນ​ຄ້ວາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ສະພາ​ແຫ່ງ​ຊາດ, ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ກ​ົນ​ໄກ​ສົມທົບ, ການ​ປ່ຽນ​ໃຫມ່​ໃນ​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີສິດ​​ເລືອກ​ຕັ້ງ, ບົດຮຽນ​ທິດ​ສະ​ດີ​ຂອງ​ສາກົນ ​ແລະ​ອື່ນໆ. ທ່ານ ຫງວຽນ​ດຶກ​ຮ່ຽນ, ຫົວຫນ້າ​ຄະນະ​ຄົ້ນ​ຄ້ວາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຍົກ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຊ່ຽວຊານ, ນັກວິທະຍາສາດ ຫລາຍ​ທ່ານ​ໃນກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ພວກ​ເຮົາ​ຈະ​ເກັບ​ກຳ​ໄດ້​ຄ​ຳ​ເຫັນ​ທີ່​ມີ​ປະ​ໂຫຍ​ດຫລາຍ​ຢ່າງ ​ແລະ ມີ​ມາດ​ຕະການ​ແທດ​ຈິງ​ຈາກ​ບົດຮຽນ​ທີ່​ອຸດົມສົມບູນ​ຂອງບັນດາ​ຜູ້​ແທນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບວິທີພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ວຽກ​ງານ​ແກ້​ໄຂ​ຄຳ​ຮ້ອງທຸກ, ກ່າວ​ຟ້ອງ​ຂອງ​ພົນລະ​ເມືອງ​​ໃນ​ໄລຍະ​ຈະ​ມາ​ເຖິງ​ບັນລຸ​ປະສິດທິ​ຜົນ​ຢ່າງ​​ແທດ​ຈິງ​ກວ່າ.”

ຂ່າວ/ບົດ​ອື່ນ