ກອງປະຊຸມສຳມະນາກ່ຽວກັບສະພາບແວດລ້ອມແຫ່ງການດດຳເນີນທຸລະກິດຫວຽດນາມ ຢູ່ນອກແວ

ກອງປະຊຸມສຳມະນາກ່ຽວກັບສະພາບແວດລ້ອມແຫ່ງການດດຳເນີນທຸລະກິດຫວຽດນາມ ຢູ່ນອກແວ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ
​ແຫ່ງ​ການ​ດດຳ​ເນີນ​ທຸລະ​ກິດ​ຫວຽດນາມ ຢູ່​ນອກ​ແວ
(ພາບ: vietnamplus.vn)

(vovworld) – ວັນ​ທີ 15/10, ສະຖານ​ທູ​ດຫວຽດນາມ ປະຈຳນອກ​ແວ ​ໄດ້​ສົມທົບ​ກັບ​ຫ້ອງການ​ການ​ຄ້າ Oslo ຈັດ​ຕັ້ງ “ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສະພາບແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່ ​ຫວຽດນາມ”. ​ເພື່ອ​ໃຫ້​ບັນດາ​ບໍລິສັດ​ຂອງນອກ​ແວ ຊອກ​ຮູ້​ກາລະ​ໂອກາດ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.

        ກ່າວ​ຄຳ​ເຫັນ​ທີ່​​ເວລາ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ຫວຽດ​ນາມ ປະຈຳ​ນອກ​ແວ ​ເລ​ທິຕ໋ວຽດມາຍ ​ໃຫ້​ຮູ້​ວ່າ, ການ​ນຳ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ນອນ​​ແວ ​ໄດ້​ແບ່ງປັນ​ທັດສະນະ​ລວມທີ່​ວ່າ ປະຈຸ​ບັນ​ນັບ​ມື້​ນັບ​ມືກາລະ​ໂອກາດ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດຕື່ມ​ອີກ​ໃຫ້​ແກ່​ວິ​ສາ​ຫະກິດ 2 ປະ​ເທດ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້ຕາງໜ້າ​ບາງ​ບໍລິສັດ​ຂອງ​ນອກ​​ແວ ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ, ​ໄດ້​ແບ່ງປັນ​ບົດຮຽນ ​ແລະ ຂໍ້​ສັງ​ເກດ​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ ​ແລະ ວັດທະນະທຳ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ຫວຽດນາມ ​ແມ່ນ​ຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ນຳ​ມາ​ເຊິ່ງບັນດາ​ກາລະ​ໂອກາດ​​ໃຫຍ່​ຫຼວງ​ໃຫ້​ແກ່​ບັນດາ​ບໍລິສັດ​ຂອງ​ນອກ​ແວ, ພ້ອມ​ນັ້ນນີ້​ກໍ່​ແມ່ນ “ປະຕູ” ​ເພື່ອ​ໃຫ້​ບັນດາວິ​ສາ​ຫະກິດ​ນອກ​ແວ ສາມາ​ດ​ເຊື່​ອມຊຶມ​ເຂົ້າຕະຫຼາດຂອງ​ບັນດາ​ປະ​ເທດສະມາຊິກອື່ນ​ຂອງອາ​ຊຽນ.

ຂ່າວ/ບົດ​ອື່ນ