ກອງປະຊຸມສຳມະນາກ່ຽວກັບຫວຽດນາມຢູ່ອີຕາລີ

ກອງປະຊຸມສຳມະນາກ່ຽວກັບຫວຽດນາມຢູ່ອີຕາລີ - ảnh 1
ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ

(vovworld) - ​ສະ​ມາ​ຄົມ​ມິດ​ຕະ​ພາບ ອີ​ຕາ​ລີ - ຫວຽດ​ນາມ ເຂດ Lombardy, ​ປະ​ເທດ ອີ​ຕາ​ລີ ຫາກໍ່​ຈັດ​ຕັ້ງ​ກອງ​ປະ​ຊຸມສຳ​ມະ​ນາ “ຫວຽດ​ນາມ: ອະ​​​ດີດ​ຕະ​ການ, ປະ​ຈຸ​ບັນ ແລະ ອະ​ນາ​ຄົດ” ທີ່​ສຳ​ນັກ​ງານ​ຂອງ​ສະ​ຫະ​ພັນ​ແຮງ​ງານ ມີ​ລານ. ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ທົບ​ທວນ​ຄ​ືນ​ບັນ​ດາ​ໄຊ​ຊະ​ນະ​ປະ​ຫວັດ​ສາດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ສັດ​ຕະ​ວັດ​ທີ 20, ພິ​ເສດ​ແມ່ນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ. ບັນ​ດາ​ຜູ້​ແທນຢັ້ງ​ຢືນ​ວ່າ, ໄຂ​ຊ​ະ​ນະ ດ້ຽນ​ບຽນ​ຝູ ໄດ້​ສ້າງ​ພື້ນ​ຖານ​ເພື່ອ​ພ​າ​ໄປ​ເຖິງ​ການ​ເຊັນ​ສັນ​ຍາ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດ​ຕິ​ສົງ​ຄາມ, ສ້າງ​ສັນ​ຕິ​ພາບ​ຢູ່ ອິນ​ດູ​ຈີນ ຄືນ​ໃໝ່, ປະ​ກອບ​ສ່ວ​ນ​ສຳ​ຄັນ​ເຂົ້າ​ໃນ​ຂະ​ບວນ​ການ​ປົດ​ປ່ອຍ​ຊາດ, ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ບັນ​ດາ​ປະ​ເທດ​​ຫົວ​ເມືອງ​ຂຶ້ນ, ​ຈາກພາກ​ພື້ນ ອາ​ຊີ - ອາບ​ຟ​ຣີ​ກາ - ​ຕະຫຼອດ​ຮອດອາ​ເມ​ລິ​ກາ​ລາ​ຕີງ ​ພ້ອມ​ກັນລຸກ​ຮືຂຶ້ນ, ປົດ​ປ່ອຍ, ຫລຸດ​ພົ້ນ​ອອກ​ຈາກ​ແອກ​​ຄອບ​ຄອງ​ຂອງ​ລັດ​ທິ​ລ່າ​ເມືອງ​ຂຶ້ນ ແລະ ຈັກ​ກະ​ພັດ. ໃນ​ຂອ​ບ​ເຂດກອງ​ປະ​ຊຸມ​ສຳ​ມະ​ນາ, ຍັງ​​ຈັດ​ພິ​ທີສະ​ເໜີ​ຕໍ່​ຜູ້​ອ່ານປື້ມ 2 ຫົວ​ມີຄວາມ​ໝາຍ​​​ຊຶ່ງ​​ໄດ້​ແປ​ເປັນ​ພາ​ສາ ອີ​ຕາ​ລີ ນັ້ນ​ແມ່ນ ​ປື້ມ​ບັນ​ທຶກ​ຫວນຫຼັງຂອງ​ພົນ​ເອ​ກ ຫວໍ​ງວຽນ​ຢາບ ແລະ ມີ​ຊີ​ວິດ​ຄື​ອ້າຍ - ທະ​ຫານ​ເສຍ​ຊີ​ວິດ​ເພື່ອ​ຊາດ​ຫງວຽນ​ວັນ​ໂຈ້ຍ.


ຂ່າວ/ບົດ​ອື່ນ