ກອງປະຊຸມສຳມະນາຂໍ້ລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້ Ecommuniti

(VOVWORLD) -ກອງປະຊຸມສຳມະນາຂໍ້ລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້ Ecommuniti ວ່າດ້ວຍຫົວຂໍ້ “ ຮ່ວມມືເສດຖະກິດໃນກຸ່ມອາຊຽນ ” ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 80 ຄົນທີ່ມາຈາກ 10 ປະເທດອາຊຽນ
 ກອງປະຊຸມສຳມະນາຂໍ້ລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້ Ecommuniti - ảnh 1ກອງປະຊຸມສຳມະນາຂໍ້ລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້ Ecommuniti 

ແຕ່ວັນທີ 1 ຫາວັນທີ 4 ສິງຫາ, ໄດ້ດຳເນີນກອງປະຊຸມສຳມະນາຂໍ້ລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້ Ecommuniti ວ່າດ້ວຍຫົວຂໍ້ “ ຮ່ວມມືເສດຖະກິດໃນກຸ່ມອາຊຽນ ” ອັນໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 80 ຄົນທີ່ມາຈາກ 10 ປະເທດອາຊຽນ. ກອງປະຊຸມສຳມະນາຖືກດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ 40 ປີແຫ່ງວັນສ້າງສາຍພົວພັນອາເມລິກາ-ອາຊຽນ. ທ່ານເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ Ted Osius, ຜູ້ຕາງໜ້າກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ແລະ ເອກອັກຄະລັດຖະທູດຂອງ 9 ປະເທດທີ່ຍັງເຫຼືອຂອງອາຊຽນໄດ້ພົບປະແລກປ່ຽນກັບບັນດາຜູ້ແທນຊາວໜຸ່ມທີ່ເຂົ້າຮ່ວມເຫດການກ່ຽວກັບອະນາຄົດຂອງການຮ່ວມມືເສດຖະກິດໃນພາກພື້ນອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ