ກອງປະຊຸມສຳມະນາຄັ້ງທີ 11 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຈີນ


ກອງປະຊຸມສຳມະນາຄັ້ງທີ 11 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຈີນ - ảnh 1
ທ່ານ ດິງ​ເທ້​ຮິງ ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ປະ​ທານ​ສະ​ພາ​ທິ​ດ​ສະ​ດີສູນ​ກາງ

(vovworld)- ຕອນ​ເຊົ້າ​ວັນ​ທີ 17/6, ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ທີ 11 ລະ​ຫວ່າ​ງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ກອມ​ມູ​ນິດ​ຈີນດ​ວ້ຍ​ຫົວ​ຂໍ້ “ຄຸ້ມ​ຄອງ, ພັດ​ທະ​ນ​າ​ສັງ​ຄົມ-ບົດ​ຮຽນ​ຈາກ​ຫວຽດ​ນາມ ແລະ ບົດ​ຮຽນ​ຈາກ​ຈີນ” ໄດ້​ໂກ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ, ປະ​ເທດ​ຈີນ. ຄະ​ນະ​ຜູ້​ແທນພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ​ໂດຍ​ທ່ານ ດິງ​ເທ້​ຮິງ ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ປະ​ທານ​ສະ​ພາ​ທິ​ດ​ສະ​ດີສູນ​ກາງເປັນ​ຫົວ​ໜ້າ​ຄະ​ນະ. ຄະ​ນະ​ຜູ້​ແທນພັກ​ ພັກ​ກອມ​ມູ​ນິດ​ຈີນ ໂດຍ​ທ່ານ ລິວ​ສີ​ຟ່າວ ເລ​ຂາຄະ​ນະ​ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສູນ​ກາງ ພັກ​ກອມ​ມູ​ນິດ​ຈີນເປັນ​ຫົວ​ໜ້າ​ຄະ​ນະ . ທີ່​ພິ​ທີ​ໄຂ, ​ທ່ານ ດິງ​ເທ້​ຮິງ ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ປະ​ທານ​ສະ​ພາ​ທິ​ດ​ສະ​ດີສູນ​ກາງ ໄດ້​ເນັ້ນ​ໜັກ​ວ່າ : ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຮັບ​ຮູ້​ວ່າ ການ​ປ່ຽນ​ແປງ​ໃໝ່​ແມ່ນ​ພາ​ລະ​ກິດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ, ເພາະ​ສະ​ນັ້ນ, ນອກ​ຈາກ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ເປັນ​ຕົ້ນ​ແມ່ນ​ນະ​ໂຍບາຍໜູນ​ຊ່ວຍ​ສັງ​ຄົມ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ໃຫ້​ແກ່​ປະ​ຊາ​ຊົນ. ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ທັງ 2 ຍັງ​ຢືນ​ຢັນ​ບົດ​ບາດ ແລະ ຄວາມ​ໝາຍ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາລະ​ຫວ່າ​ງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ກອມ​ມູ​ນິດ​ຈີນ.
ຂ່າວ/ບົດ​ອື່ນ