ກອງປະຊຸມສຳມະນາປະກອບຄວາມເຫັນໃສ່ຮ່າງກົດໝາຍວ່າດ້ວຍການປະກາດໃຊ້ຂໍ້ຕົກລົງດ້ານບໍລິຫານ

ກອງປະຊຸມສຳມະນາປະກອບຄວາມເຫັນໃສ່ຮ່າງກົດໝາຍວ່າດ້ວຍການປະກາດໃຊ້ຂໍ້ຕົກລົງດ້ານບໍລິຫານ - ảnh 1
(ພາບປະກອບ:ອິນເຕີເນັດ)

(vovworld) - ​ ກອງ​ປະຊຸມ​ສຳ​ມະ​ນາ​ປະກອບ​ຄວາມ​ເຫັນ​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ປະກາດ​ໃຊ້ຂໍ້​ຕົກລົງ​ດ້ານບໍລິຫານ ​ໂດຍ​ສະຖາ​ບັນຄົ້ນ​ຄ້ວາຍຸ​ດທະ​ສາດ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສົມທົບ​ກັບ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 23/7 ຢູ່​ນະຄອນ​ດ່າ​ນັ້ງ. ກອງ​ປະຊຸມ​ສຳ​ມະ​ນາ​ສຸນ​ໃສ່​ໃນ​ບັນດາ​ຫົວ​ເລື່ອງ​ສະ​ເພາະ​ຄື: ​ເປົ້າ​ໝາຍ​ນຳ​ໃຊ້ ​ແລະ ຫຼັກການ​ປະກາດ​ໃຊ້​ກົດໝາຍ, ການປະກາດ​ໃຊ້​ຂໍ້​ຕົກລົງ​ດ້ານ​ບໍລິຫານ; ສິດ​ອຳນາດ​ປະກາດ​ໃຊ້​ຂໍ້​ຕົກລົງດ້ານ​ບໍລິຫານ; ມອບ​ສິດ​ປະກາດ​ໃຊ້​ຂໍ້​ຕົກລົງດ້ານ​ບໍລິຫານ; ຂັ້ນ​ຕອນລະບຽບ​ການ​ປະກາດ​ໃຊ້​ຂໍ້​ຕົກລົງ​ດ້ານ​ບໍລິການ ​ເພື່ອ​ຮັບປະກັນ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ… ທ່ານ​ຮອງ​ສາດສະດາຈານ-ດຣ ດິງຊວນ​ຖາວ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ດ້ານນິຕິບັນ​ຍັດຂອງ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ,​​ໃຫ້​ຮູ້​ວ່າ: ກົດໝາຍ​ວ່າ​ດ້ວຍ​ການປະກາດ​ໃຊ້​ຂໍ້​ຕົກລົງ​ດ້ານ​ບໍລິຫານ​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດ​ຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ