ກອງປະຊຸມສຳມະນາພັດທະນາເສດຖະກິດສັງຄົມເຂດເສດຖະກິດຈຸດສຸມເຂດທົ່ງພຽງແມ່ນຳ້ຂອງໄລຍະ2016-2020

ກອງປະຊຸມສຳມະນາພັດທະນາເສດຖະກິດສັງຄົມເຂດເສດຖະກິດຈຸດສຸມເຂດທົ່ງພຽງແມ່ນຳ້ຂອງໄລຍະ2016-2020 - ảnh 1
(ກອງ​ປະຊຸມ​ສຳ​ມະ​ນາ​ພັດທະນາ​ເສດຖະກິດ​ສັງຄົມ
​ເຂດ​ເສດຖະກິດ​ຈຸດ​ສຸມ​ເຂດ​ທົ່ງພຽງ​ແມ່​ນຳ້​ຂອງ​ໄລຍະ2016-2020)

(vovworld) – ຕອນ​ເຊົ້າ​ວັນ​ທີ 21/08, ຢູ່​​ເກີນ​​ເທີ, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ທະນາຄານ​ການຄ​້າຫຸ້ນ​ສ່ວນການ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ ​ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມ​ະນາພັດທະນາ​ເສດຖະກິດ​ສັງຄົມ​ເຂດ​ເສດຖະກິດ​ຈຸດ​ສຸມ​ເຂດ​ທົ່ງພຽງ​ແມ່​ນຳ້​ຂອງ​ໄລຍະ 2016 – 2020, ກຳນົດ​ທິດ​ຮອດ​ປີ 2030. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຖື​ວ່າ, ​​ເຂດ​ທົ່ງພຽງ​ແມ່​ນ້ຳ​ຂອງ​ ຄວນ​ສຸມ​ໃສ່​ປະຕິບັດ​ວຽກ​ງານ​ໂຄສະນາ ຫັນປ່ຽນ​ໂຄງ​ປະກອບພື້ນຖານ​ເສດຖະກິດ, ຈັດ​ຕັ້ງ​ການ​ຜະລິດ​ຄືນ​ໃໝ່ ​ເພື່ອ​ຍົກຍ້າຍ​ແຮງ​ງານ​ຈາກ​ກະສິກຳ ​ໄປ​ຍັງ​ຂົງ​ເຂດ​ບໍລິຫານອຸດສາຫະກຳ​ປຸງ​ແຕ່ງ ຮັບ​ໃຊ້​ການ​ຜະລິດ​ກະສິກຳ. ນອກຈາກ​ນັ້ນ, ສຸມ​ໃສ່​ຊຸກຍູ​້ການ​ຜະລິດ​ກະ​ສິກຳ ສິນຄ້າມີ​ຄຸນ​ນະພາ​ບສູງ ​ແລະ ຂອບຂະໜາດໃຫຍ່​ກວ່າ​ເພື່ອ​ສ້າງ​ມູນ​ຄ່າ​ການ​ຜະລິດ​ສູງ​ກວ່າ. ດ້ານ​ອື່ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຮຽກ​ຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ​ຕັ້ງ​ໜ້າ​ທະວີ​ຄູນ​ຮູບ​ແບບສະຫະກອນ, ໜ່ວຍ​ສະຫະກອນ​​ແບບ​ໃໝ່ ​ໃນ​ການ​ຜະລິດ​ກະສິກຳ; ພ້ອມ​ທັງ​ຄົ້ນຄວ້າບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຫັນ​ແຫຼ່ງກຳລັງລົງທຶນ​ຈາກ​ເອກະ​ຊົນ ​ແລະ ສັງຄົມເປັນ​ຫຼາຍ​ຮູບ​ແບບ.

ຂ່າວ/ບົດ​ອື່ນ