ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ8

ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ8 - ảnh 1
ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ8
(ພາບ: TTXVN)


(vovworld) - ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ຄັ້ງ​ທີ8ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ຫົວ​ຂໍ້ “ ທະ​ເລ​ຕາ​ເວັນ​ອອກ: ຮ່ວມ​ມື​ເພື່ອ​ຄວາມ​ໝັ້ນ​ຄົງ ແລະ ການພັດ​ທະ​ນາ​ພາກ​ພື້​ນ ” ໂດຍ​ສະ​ຖາ​ບັນ​ການ​ທູດ, ກອງ​ທຶນ​ໜູນ​ຊ່ວຍ​ຄົ້ນ​ຄວ້າ​ທະ​ເລ​ຕາ​ເວັ​ນ​ອອກ ແລະ ສະ​ມາ​ຄົມ​​ທະ​ນາຍ​ຄວາມ​ຫວຽດ​ນາມຈັດ​ຕັ້ງ, ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/11, ຢູ່​ນະ​ຄອນ​ຍາ​ຈາງ, ແຂວງ​ແຄ໋ງ​ຮ​ວ່າ. ມີ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ປະ​ມານ 200 ຄົນ, ໃນ​ນັ້ນ​ມີ​ນັກ​ຮຽນ​ຮູ້​ສາ​ກົນ 60 ຄົນ, ຜູ້​ແທນ​ຂອງ 15 ອົງ​ການ​ຕາງ​ໜ້າ​ຕ່າງ​ປະ​ເທດ​ປະ​ຈຳ​ຫວຽດ​ນາມ 20 ຄົນ. ມີ​ບົດ​ທາບ​ທາມ​ຄວາມ​ເຫັນ​ເກືອບ 30 ບົດ​ທີ່​ຜູ້​ແທນ​ໄດ້​ສະ​ເໜີໃນ​ເວ​ລາ 2 ວັນ ດ້​ວຍຫຼາຍ​ແງ່​ມູມ​ທີ່​ແຕກ​ຕ່າງ​ກັນ, ນັບ​ແຕ່​ດ້ານ​ການ​ເມືອງ, ການ​ທູດ ຕະຫຼອດ​ຮອດ​ດ້ານ​ກົດ​ໝາຍ​. ພິ​ເສດ ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ຈັດ​ຕັ້ງ​ ວາ​ລະປຶກ​ສາ​ຫາ​ລືສະ​ເພາະ​ ​ທີ່​ສະ​ຫງວນ​ໃຫ້​ຜູ້​ຕາງ​ໜ້າ​ກອງ​ທັບ​ເຮືອ ແລະ ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ບົນ​ທະ​ເລ​ຂອງ​ປະ​ເທດ​ຕ່າງໆ ​ເພື່ອ​ແບ່ງ​ປັນ​ບັນ​ດາ​ມາດ​ຕະ​ການ​ໃນ​ການ​​ພົວ​ພັນ ແລະ ສົມ​ທົບ​ກັນ​ໃນ​ພູ​ມີ​ປະ​ເທດ​ ​ແນ​ໃສ່​ຫຼີກ​ລ້ຽງ​ກໍ​ລະ​ນີປະ​ທະ​ກັນ​ໂດຍ​ບັງ​ເອີນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ບົນ​ທະ​ເລ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມາ​ມະ​ນາ, ທ່ານ​ຮອງ​ສາດ​ສະ​ດາ​ຈານ​ປະ​ລິນ​ຍາ​ເອກ ຫງວຽນ​ວູ​ຕຸ່ງ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ທູດ, ໃຫ້​ຂໍ້​ສັງ​ເກດ​​ວ່າໃນ​ປີ​ຜ່ານ​ມາ ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ຍັງ​ບໍ່​ທັນ​ມີ​ສັນ​ຍານຫຼຸດ​ລົງ​ເທື່ອ​ຍ້ອນ​ບັນ​ດາ​ກໍ​ລະ​ນີ​​ປະ​ທະ​ກັນ, ການ​ປ່ຽນ​ແປງ​ສະ​ພາບ​ເດີມ​ໃນ​ພູ​ມີ​ປະ​ເທດ​ຍັງ​​ຄົງສືບ​ຕໍ່​. ສະ​ພາບ​ການ​ບູ​ລະ​ນະເກາະ ແລະ ຫັນ​ເປັນ​ການ​ທະ​ຫານ​ຢູ່​ພາກ​ພື້ນ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ນັບ​ມື້​ນັບ​ສັບ​ສົນ​ກວ່າ.  ທ່ານ​ຮອງ​ສາດ​ສະ​ດາ​ຈານ​ ປະ​ລິນ​ຍາ​ເອກ ຫງວຽນ​ວູ​ຕຸ່ງ ໃຫ້​ຮູ້​ວ່າ:

        “ ກອງ​ປະ​ຊຸມ​ສຳ​ມະ​ນາ​ປີນີ້​ສືບ​ຕໍ່​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ນັກ​ວິ​ທະ​ຍາ​ສາດ, ນັກ​ຮຽນ​ຮູ້​ໄດ້​ປຶກ​ສາ​ຫາ​ລື​​ຢ່າງເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ແງ່​ມູ​ມ​​ດ້ານປະ​ຫວັດ​ສາດ, ນິ​ຕິ​ກຳ, ເສດ​ຖະ​ກິດ,ການ​ເມືອງ, ຄວາມ​ໝັ້ນ​ຄົງ, ສະ​ພາບ​ແວດ​ລ້ອມ​ທີ່​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ຈາກນັ້ນ​ຊ່ວຍ​ໃຫ້​ປະ​ຊາ​ຄົມ​ໃນ​ພາກ​ພື້ນ ແລະ ສາ​ກົນ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງກວ່າ​ທາດ​ແທ້​ຂອງ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ພ້ອມ​ທັງ​ເຮັ​ດ​ແຈ້ງ ​ບັນ​ດາ​ສິ່ງ​ທ້າ​ທາຍ​ເຊິ່ງ​ພາກ​ພື້ນ​ພວມ​ປະ​ເຊີນ​ໜ້າ

ຂ່າວ/ບົດ​ອື່ນ