ກອງປະຊຸມສຳມະນາວິສາຫະກິດຫວຽດນາມລົງທຶນແລະດຳເນີນທຸລະກິດຢູ່ ກຳປູເຈຍ

ກອງປະຊຸມສຳມະນາວິສາຫະກິດຫວຽດນາມລົງທຶນແລະດຳເນີນທຸລະກິດຢູ່ ກຳປູເຈຍ - ảnh 1
ກອງປະຊຸມສຳມະນາວິສາຫະກິດຫວຽດນາມ
ລົງທຶນແລະດຳເນີນທຸລະກິດຢູ່ ກຳປູເຈຍ
(ພາບ: TTXVN)


(vovworld) – ​​ວັນ​ທີ 7/4, ສະຖານທູດ ຫວຽດນາມ ປະຈຳ​ຢູ່ ກຳປູ​ເຈຍ ​ໄດ້​ຈັດ​ຕັ້ງ “ກອງ​ປະຊຸມສຳ​ມະ​ນາ​ວິ​ສາ​ຫະກິດ ຫວຽດນາມ ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ກຳປູ​ເຈຍ” ​ເພື່ອ​ໜູນຊ່ວຍ​​ບັນດາ​ວິ​ສາ​ຫະກິດ ຫວຽດ​ນາມ ​ເພີ່ມ​ທະວີ, ​ເປີດ​ກ້ວາງ​ການ​ລົງທຶນ​ຢູ່ ກຳປູ​ເຈຍ ​ໃຫ້ນັບ​ມື້​ນັບ​ມີ​ປະສິດທິ​ຜົນ. ​ໃນ​ກອງປະຊຸມສຳ​ມະ​ນາ, ບັນດາ​ນັກ​ລົງທຶນ, ດຳ​ເນີນ​ທຸລະ​ກິດ ຫວຽດນາມ ຢູ່ ກ​ຳປູ​ເຈຍ ​ໄດ້​ປະກອບ​ຄຳ​ເຫັນຍົກອອກ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ພ້ອມ​ກັບ​ຄວາມ​ຫຍຸ້ງຍາກ, ຄວາມສະດວກ​ໃນ​ວິວັດ​ການ​ລົງ​ທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ກຳປູ​ເຈຍ. ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ຕໍ່​ກະຊວງ​ອຸດສາຫະກຳ-​ການ​ຄ້າ, ລັດຖະບານ ຫວຽດນາມ ​ເພື່ອ​ແນ​ໃສ່​ສ້າງ​​ເງື່ອນ​ໄຂສະດວກ​ໃຫ້​ວິວັດ​ການ​ລົງທຶນ​ກວ່າ​ອີກ, ​ເປີດ​ກ້ວາງ​ການ​ລົງທຶນ​ຢູ່ ກຳປູ​ເຈຍ, ປະກອບສ່ວນ​ຍົກ​ສູງ​ການ​ພົວພັນ​ການ​ຄ້າ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ-​ການ​ຄ້າ ຫງວຽນ​ເກີ​ມຕູ໋ ປາດ​ຖະໜາ​ວ່າ: ຜ່ານ​ກອງປະຊຸມ​ສຳ​ມະ​ນາ​ນີ້, ບັນດາ​ວິ​ສາ​ຫະກິດ, ນັກລົງທຶນ ຈະ​ມີ​ຂໍ້​ມູນ​​ທີ່ມີ​ຜົນ​ປະ​ໂຫຍ​ດຕື່ມ​ອີກ, ອັນ​ຈະຊ່ວຍ​ເຫຼືອ​ບັນດາການ​ເຄື່ອນ​ໄຫວ​ລົງທຶນ​, ດຳ​ເນີນ​ທຸລະ​ກິດຢູ່ ກຳປູ​ເຈຍ ​ໃຫ້ນັບ​ມື​ນັບ​ມີ​ປະສິດທິ​ຜົນກວ່າ​ອີກ, ພ້ອມ​ທັງໜູນຊ່ວຍ, ​ຮ່ວມ​ສຳພັນລະຫວ່າງ​ບັນດານັກ​ລົງທຶນວິ​ສາ​ຫະກິດ ຫວຽດນາມ ​ໃຫ້ນັບ​ມື້​ນັບ​ແໜ້ນ​ແຟ້ນ, ຮັບປະກັນ​ໃຫ້​ການ​ລົງທຶນ​ຢູ່ ກຳປູ​ເຈຍ ບັນລຸ​ໄດ້​ປະສິດທິ​ຜົນ​ຢ່າງ​ສູງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ການ​ຄ້າ​ລະຫວ່າງ ຫວຽດນາມ - ກຳ​ປູ​ເຈຍ ​ເວົ້າ​ສະ​ເພາະ ​ແລະ ການ​ພົວພັນ​ມິດຕະພາບ 2 ປະ​ເທດເວົ້າ​ລວມນັບ​ມື້​ນັບ​ພັດທະນາ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ