ກອງປະຊຸມສຳມະນາສົ່ງເສີມການຄ້າ ຫວຽດນາມ - ບັງກຼາເທດ

(VOVWORLD) - ເພື່ອແນໃສ່ຊອກຫາຄູ່ຮ່ວມມື, ລູກຄ້າ, ປະກອບສ່ວນຍູ້ແຮງການຮ່ວມມືແລກປ່ຽນຄ້າຂາຍ, ຊຸກຍູ້ການສົ່ງອອກ ແລະ ເພີ່ມທະວີການແລກປ່ຽນການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ 
ກອງປະຊຸມສຳມະນາສົ່ງເສີມການຄ້າ ຫວຽດນາມ - ບັງກຼາເທດ - ảnh 1 ກອງປະຊຸມສຳມະນາສົ່ງເສີມການຄ້າ ຫວຽດນາມ - ບັງກຼາເທດ (ພາບອິນເຕີແນັດ)

ໄດ້ຈັດຕັ້ງຄະນະຜູ້ແທນວິສາຫະກິດເກືອບ 20 ແຫ່ງໃນຂົງເຂດຕ່າງໆ ໄປຍັງ ບັງກຼາເທດ ເພື່ອສົ່ງເສີມການຄ້າ. ເນື່ອງໃນໂອກາດນີ້ ໄດ້ດຳເນີນກອງປະຊຸມສຳມະນາສົ່ງເສີມການລົງທຶນ, ການຄ້າ ຫວຽດນາມ - ບັງກຼາເທດ,  ແລະ ການພົບປະ, ແລກປ່ຽນລະຫວ່າງວິສາຫະກິດ 2 ປະເທດ. ທີ່ກອງປະຊຸມສຳມະນາ, ທ່ານ Tofail Ahmed ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ບັງກຼາເທດ ໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັບຝ່າຍ ຫວຽດນາມ ເພື່ອສ້າງສາຍການບິນໂດຍກົງລະຫວ່າງ 2 ປະເທດໂດຍໄວ ແນໃສ່ຊຸກຍູ້ການຄ້າ ແລະ ການທ່ອງທ່ຽວ. ທ່ານ Tofail Ahmed ຮຽກຮ້ອງບັນດາວິສາຫະກິດ ຫວຽດນາມ ລົງທຶນຢູ່ ບັງກຼາເທດ, ປາດຖະໜາວ່າ ໃຫ້ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາຜະລິດຕະພັນການຢາຂອງ ບັງກຼາເທດ ໄດ້ສຳພັດກັບຕະຫລາດ ຫວຽດນາມ ຫລາຍກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ