ກອງປະຊຸມສຳມະນາສົ່ງເສີມການລົງທຶນເຂົ້າດ່າໜັງຢູ່ຍີ່ປຸ່ນ

ກອງປະຊຸມສຳມະນາສົ່ງເສີມການລົງທຶນເຂົ້າດ່າໜັງຢູ່ຍີ່ປຸ່ນ - ảnh 1
(ທ່ານ ຫງວຽນ​ກວກ​ເກື​່ອງ ​ເອກ​ອັກ
ຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ)


(vovworld) – ກອງ​ປະຊຸມ​ສຳ​ມະ​ນາ ຖືກ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 12/11 ຢູ່ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ. ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ແນ​ໃສ່​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ…​ຂອງ​ນະຄອນ ດ່າ​ໜັງ ​​ເຖິງ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ, ພ້ອມ​ທັງ ຮຽກຮ້ອງ​ບັນດາ​ນັກ​ລົງ​ທຶນ ຍີ່ປຸ່ນ ມາລົງທຶນ​ຢູ່ ດ່າ​ໜັງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ກວກ​ເກື​່ອງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຖື​ວ່າ: ການ​ພົວພັນ 2 ປະ​ເທດ ຫວຽດນາມ - ຍີ່ປຸ່ນ ພວມ​ຢູ່​ໄລຍະ​ອັນ​ດີ​ງາ​ມ​ທີ່​ສຸດນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມຊ້ອນ ກໍ​ຄື​ສະພາບ​ແວດ​ລ້ອມ​​ແຫ່ງການ​ລົງທຶນ​ຂອງ ຫວຽດນາມ.

        ສ່ວນ​ທ່ານ Yushita Hiroyuki ຜູ້ອຳນວຍການ​ສູນ​ຄົ້ນຄວ້າ​ເສດຖະກິດ ຫວຽດນາມ ຖື​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ ​ແມ່ນ​ກາລະ​ໂອກາດ​ທີ່​ດີ ​ເພື່​ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ເຂົ້າ​ໃຈ​ກ່ວາ ກ່ຽວ​ກັບ​ສະພາບ​ແວດ​ລ້ອມ ກໍ​ຄື​ນະ​ໂຍບາຍ​ການ​ລົງທຶນ​ຂອງ​ນະຄອນ ດ່າ​ໜັງ. ທ່ານ Yushita Hiroyuki ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ ດ່າ​ໜັງ ພິ​ເສດ​ແມ່ນ​ຂົງ​ເຂດ​ການ​ທ່ອງທ່ຽວ, ທ່າ​ກ່ຳປັ່ນ, ​ເຂດ​ເຕັກ​ໂນ​ໂລ​ຢີສູງ.

ຂ່າວ/ບົດ​ອື່ນ