ກອງປະຊຸມສຳມະນາສິດຂອງເດັກໃນກົດໝາຍແຫ່ງຊາດ ແລະ ສາກົນ

ກອງປະຊຸມສຳມະນາສິດຂອງເດັກໃນກົດໝາຍແຫ່ງຊາດ ແລະ ສາກົນ - ảnh 1
(ພາບປະກອບ)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 11/12, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມາທິການ​ວັດທະນະທຳ, ສຶກສາ​ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ສົມທົບ​ກັບ​ກອງ​ທຶນ​ເຍົາວະ​ຊົນ ສປຊ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ”ສິດ​ຂອງ​ເດັກ​ໃນ​ກົດໝາຍ​​ແຫ່ງຊາດ ​ແລະ ສາກົນ; ຕີ​ລາຄາ​ສະພາບ​ການ​ປະຕິບັດ​ສິດ​ຂອງ​ເດັກ​ຢູ່​ຫວຽດນາມ”. ທີ່ກອງ​ປະຊຸມ​ສຳ​ມະ​ນາ, ມີ​ຫຼາຍ​ຄວາມ​ເຫັນ​ຖື​ວ່າ, ລະບົບ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ເດັກນ້ອຍ​ຢູ່​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ​ນັບ​ນື້ນັບ​ສົມບູນ​ແບບ. ສິດ​ຂອງ​ເດັກ​ໃນ​ລະບົບ​ກົດໝາຍ​ຂອງ​ຫວຽດນາມ​ ໄດ້​ເປັນ​ເອກະ​ພາບ​ກັບ​ສິດ​ຂອງ​ເດັກ ທີ່​ກຳນົດ​ໄວ້​ໃນ​ສົນທິສັນຍາ​ຂອງ ສປຊ ໂດຍ​ພື້ນຖານ. ການ​ປະຕິບັດ​ສິດ​ຂອງ​ເດັກ​ຢູ່​ຫວຽດນາມ ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ. ທ່ານ​ນາງ ​ໂງ​ທິມິ​ງ, ຮອງ​ຫົວໜ້າຄະນະ​ກຳມາທິການ​ວັດທະນະທຳ, ສຶກສາ​ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນຂອງ​ສະພາ​ແຫ່ງ​ຊາດ , ​ໃຫ້​ຮູ້​ວ່າ:

”​ເພື່ອ​ກ້າວ​ໄປ​ເຖິງ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ເບິ່ງ​ແຍງ​ດູ​ແລ, ປົກ​ປັກ​ຮັກສາ ​ແລະ ສຶກສາ​ເດັກນ້ອຍ, ບັນຫາ​ປະຕິບັດ​ສິດ​ຂອງ​ເດັກ, ວິທີສຳ​ພັດ​ກັບກົດໝາຍ ​ເພື່ອ​ໃຫ້​ເດັກນ້ອຍ​ປະຕິບັດ​ສິດ​ຂອງ​ຕົນ​ໃຫ້​ດີ​ທີ່​ສຸດ ​ແລະ ການກຳນົດ​​ເກນ​ອາຍຸຂອງ​ເດັກ​ແມ່ນ​ຄື​ແນວ​ໃດ ກໍ່​ຄື​ສິ່ງ​ທີ່​ຍັງ​ຄ້າງ​ຄາ​ໃນ​ເອກະສານ​ດ້ານ​ກົດໝາຍ​ທີ່​ຄວນ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່. ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ​ຍັງ​ມີ​ຫຼາຍ​ບັນຫາ​ໃນ​ກົດໝາຍ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ, ຕ້ອງ​ມີ​ການ​ສະຫຼຸບ​ຕົວ​ຈິງ, ຕີ​ລາຄາ​ຄືນ ​ເພື່ອ​​ມີ​ຂໍ້​ສັງ​ເກດ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ, ​ແນ​ໃສ່​ເປັບປຸງກົດໝາຍ​ໃຫ້​ນັບ​ມື້​ນັບ​ສົມ​ບຸນ”.

 

ຂ່າວ/ບົດ​ອື່ນ