ກອງປະຊຸມສຳມະນາສາກົນກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ

ກອງປະຊຸມສຳມະນາສາກົນກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ - ảnh 1
ພາບປະກອບ: internet


 (vovworld) - ວັນ​ທີ 13/11, ກອງທັບ​ເຮືອ ອິນ​​ໂດ​ເນ​ເຊຍ (AL) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ຄວາ​ມໝັ້ນຄົງ​ໃນການ​ເດີນ​ທະ​ເລ ທີ່​ມີ​ຫົວ​ຂໍ້​ວ່າ: “ສ້າງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ການ​ເດີນ​ທະ​ເລ​ໂດຍ​ອີງ​ໃສ່​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ເພື່ອ​ຜົນສຳ​ເລັດ​ຂອງ​ກິດຈະການ​ສ້າງສາ​ປະ​ເທດ​ຊາດ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ ມີ​ບັນດາ​ເຈົ້າ​ຫນ້າ​ທີ່ຂັ້ນ​ສູງ AL ຕາງຫນ້າ​ໃຫ້​ກອງທັບ​ເຮືອ, ​ຫົວຫນ້າທີ່​ປຶກສາ​ການ​ທະຫານ​ປະ​ເທດຕ່າງໆຢູ່ ອິນ​ໂດ​ເນ​ເຊຍ ພ້ອມ​ດ້ວຍ​ນັກຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ໝັ້ນຄົງໃນ​ການ​ເດີນ​ທະ​ເລ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຕີ​ລາຄາ​ສະພາບ​ແວດ​ລ້ອມ​ຄວາມ​ໝັ້ນຄົງ​ ຄວາມ​ປອດ​ໄພການ​ເດີນ​ທະ​ເລຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ພາກ​ພື້ນ​ອື່ນ​ໃນ​ໂລກ ຍັງພວມ ​ແລະ ຈະສືບ​ຕໍ່​ຖືກ​ນາບ​ຂູ່, ສົ່ງ​ຜົນ​ສະທ້ອນ ຍ້ອນກໍ່ການຮ້າຍ ​ແລະ ອາດຊະຍາ​ກຳ​ຂ້າມ​ຊາດ. ບັນດາ​ຜູ້​ແທນ​ຖື​ວ່າ: ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ, ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ລວມ​ໃນ​ການ​ຮັບປະກັນ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ບັນດາພາກ​ພື້ນ​ຜົນ​ປະ​ໂຫຍດລວມ ​ແລະ ທົ່ວ​ພາກ​ພື້ນ, ​ແຕ່ລະ​ປະ​ເທດ​ຄວນ​ມີ​ວິທີ​ສຳ​ພັດ​ຢ່າ​ງຮອບດ້ານ, ສັງ​ລວມ ​ແລະ ມີ​ລັກສະນະ​ສ້າງສັນ​ກ່ຽວກັບ​ຄວາມ​ໝັ້ນຄົງ​ການ​ເດີນ​ທະ​ເລ​ນັບ​ທັງ​ລະດັບ​ຊາດ ​ແລະ ການ​ຮ່ວມ​ມື​ໃນພາກ​ພື້ນ.

 

ຂ່າວ/ບົດ​ອື່ນ