ກອງປະຊຸມສຳມະນາສາກົນກ່ຽວກັບຍຸດທະສາດການເດີນທະເລ

ກອງປະຊຸມສຳມະນາສາກົນກ່ຽວກັບຍຸດທະສາດການເດີນທະເລ - ảnh 1
ພາບປະກອບ:vnexpress.vn

(vovworld) - ວັນ​ທີ 24/10, ​ໂຮງຮຽນ​ບຳລຸງ​ສ້າງ​ພາລະ​ກອນ ​ແລະ ນາຍ​ທະຫານ​ບັນຊາ​ກອງທັບ​ເຮືອ ອິນ​ໂດ​ເນ​ເຊຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຍຸດ​ທະ​ສາດ​ການ​ເດີນ​ທະ​ເລ​ທີ່​ມີ​ລັກສະນະ​ຮ່ວມ​ມື ​ເພື່ອເພີ່ມ​ທະວີ​ຄວາມ​ໝັ້ນຄົງຢູ່​ທະ​ເລ​ຕາ​ເວັນ​ອອກ” ຢູ່ ນະຄອນຫລວງ ຢາ​ກາ​ຕາ. ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຳ​ມະ​ນາ ມີ​ຫົວຫນ້າ​ກຳລັງ​ກອງທັບ, ກອງທັບ​ເຮ​ືອ, ຕຳຫລວດ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ, ບັນດາ​ເຈົ້າ​ຫນ້າ​ທີ່​ການ​ທູດ, ທູດ​ທະຫານ​ບັນດາ​ປະ​ເທດ ປະຈຳ ອິນ​ໂດ​ເນ​ເຊຍ ພ້ອມ​ກັບ​ນັກຮຽນ​ຮູ້​ດ້ານ​ການ​ເມືອງ, ການ​ທະຫານ​ມາ​ຈາກ ອັງກິດ, ຈີນ ​ແລະ ສິງ​ກະ​ໂປ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ ​ແລະ ນັກຮຽນ​ຮູ້​ໄດ້​ຢືນຢັນ​ຄືນ​ຫລັກ​ໝັ້ນ​ລວມຂອງ​ບັນດາ​ປະ​ເທດ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ໂດຍ​ກົງ ​ແລະ ​ໂດຍທາງ​ອ້ອມ​ເຖິງ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນຕ້ອງ​ຮັບປະກັນ​ຄວາມ​ໝັ້ນຄົງ​ຢູ່​ເຂດ​ທະ​ເລ​ນີ້ ບົນ​ພື້ນຖານ​ປະຕິບັດ​ບັນດາ​ຫລັກການ, ຂໍ້​ຕົກລົງ​ປະຈຸ​ບັນ​ຢ່າງ​ເຂັ້ມ​ງວດຄື: ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ມຸ່ງ​ໄປ​ເຖິງ​ການສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ​ປະຕິບັດ​ຕາມສົນ​ທິສັນຍາ​ສະ​ຫະປະຊາ​ຊາດ​ກ່ຽວກັບ​ກົດໝາຍທະ​ເລ​ປີ 1982, ມີ​ວິທີ​ສຳ​ພັດ​ກັບ​ຍຸດ​ທະ​ສາດ​ການ​ເດີນທ​ະ​ເລ​ຢ່າງ​ມີ​ໄຫວ​ພິບ, ຮອບດ້ານ, ສອດ​ຄອ່ງ ​ແລະ ມີ​ລັກສະນະ​ສ້າງສັນ. ກອງ​ປະຊຸມ​ສຳ​ມະ​ນາ​​ໄດ້​ເນັ້ນ​ຫນັກ​ເຖິງ​ລັກສະນະ​ພາວະ​ວິ​ໄສ ​ແລະ ຄວາມ​ຈຳ​ເປັນ​ມີ​ການ​​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ນອກ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ສຳລັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

 

 

ຂ່າວ/ບົດ​ອື່ນ