ກອງປະຊຸມສຳມະນາຮ່ວມ ມືພັດທະນາການທ່ອງ ທ່ຽວບັກຢາງ-ທາຍງວຽນ -ຫາຍເຢືອງ-ກວາງນິງ


ກອງປະຊຸມສຳມະນາຮ່ວມ ມືພັດທະນາການທ່ອງ ທ່ຽວບັກຢາງ-ທາຍງວຽນ -ຫາຍເຢືອງ-ກວາງນິງ - ảnh 1
(ພາບ: http://dangcongsan.vn )

(vovworld) –​​ວັນ​ທີ 4/10, ຢູ່​​ແຂວງ​ບັກ​ຢາງ, ​ໄດ້​​ຈັດໃຫ້​ມີກອງ​ປະຊຸມ​ສຳ​ມະ​ນາຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ​ບັກ​ຢາງ-​ທາຍ​ງວຽນ-​ຫາຍ​ເຢືອງ-ກວາງ​ນິງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫງວຽນ​ເທ​ຈິງ, ຫົວໜ້າ​ພະ​ແນ​ກວັດທະນະທຳ-​ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ບັກ​ຢາງ​ໃຫ້​ຮູ້​ວ່າ: ຕ້ອງພັດທະນາ​ການທ່ອງທ່ຽວ​ຕາມ​ທິດ​ຮ່ວມ​ມື​ກັບ​ບັນດາ​ແຂວງ​ອ້ອມ​ແອ້ມ​, ຈາກ​ນັ້ນ, ການຮ່ວມ​ມືກັນ​ສ້າງ​ລາຍການ​ທ່ອງ​ທ່ຽວ, ສົ່ງ​ເສີມ​ການ​ໂຄສະນາ​ການທ່ອງ​ທຽງຈະ​ໄດ້​ຮັບ​ຄວາມ​ສະດວກ​ສະບາຍ:

  “ທັງ 4 ທ້ອງຖິ່ນບັກຢາງ, ​ທາຍງວຽນ, ຫາຍເຢືອງ, ກວາງນິງ ລ້ວນແຕ່ມີແຫຼ່ງກຳລັງຊັບພະຍກອນທຳມະຊາດທ່ອງທ່ຽວອຸດົມສົມບູນ, ​ເຕັມໄປດ້ວຍສີສັນຂອງຊາດແລະ ຊັບພະຍກອນທຳມະຊາດທ່ອງທ່ຽວຊີວະພາບທີ່ມີຫຼາຍຮູບຫຼາຍແບບ. ຖ້າທັງ 4 ທ້ອງຖິ່ນເຫັນດີເຫັນພອ້ມປະຕິບັດການຮ່ວມມືເປັນຢ່າງດີ ທັງ 4 ທ້ອງຖິ່ນຈຶ່ງຈະມີບັນດາຜະລິດຕະພັນທ່ອງທ່ຽວໃໝ່ທີ່ມີການແກ່ງແຍ້ງສູງ, ດຶງດູດບັນດານັກລົງທຶນແລະແຂກທ່ອງທ່ຽວເປັນຈຳນວນຫຼາຍໄດ້, ​ເມື່ອນັ້ນ, ຂະແໜງທ່ອງທ່ຽວຈະແມ່ນຂະແໜງເສດຖະກິດປະກອບສ່ວນບໍ່ແມ່ນໜ້ອໃຫ້ແກ່ການພັດທະນາຢູ່ແຕ່ລະທ້ອງຖິ່ນ“./.

ຂ່າວ/ບົດ​ອື່ນ