ກອງປະຊຸມສຳມະນາແຫ່ງຊາດ“85ປີພັກກອມມູນິດຫວຽດນາມພັດທະນາ “

ກອງປະຊຸມສຳມະນາແຫ່ງຊາດ“85ປີພັກກອມມູນິດຫວຽດນາມພັດທະນາ “ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາຈັດ​ຕັ້ງ​ໃນ​ວັນ​ທີ 28/1
(ພາບ: qdnd.vn)

(vovworld) – ກອງ​ປະຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ “85 ປີ​​ແຫ່ງພັກ​ກອມ​ມູນິດ​ຫວຽດນາມ​ ພັດທະນາ ​ແລະ ໝູນ​ໃຊ້​ລັດທິ​ມາກ - ​ເລ​ນິນ​ເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິງ​ຫວຽດນາມ​ ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ“ ​ໂດຍ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດໂຮ່ຈິ​ມິນ ສົມທົບ​ກັບ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 28/1 ຢູ່​ຮ່າ​ໂນ້ຍ. ທີ່ ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ສືບ​ຕໍ່​ຢືນຢັນ​ວ່າ: ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ພິ​ເສດ​ສຳຄັນ​ຕັດສິນ​ເຖິງ​ການ​ເຕີບ​ໂຕ​ຂອງ​ພັກ​ນັ້ນ​ແມ່ນ, ພັກ​ກອມ​ມູນິດ​ຫວຽດນາມ​ ຍາມ​ໃດ​ກໍ່​ພັດທະນາ ​ແລະ ໝູນ​ໃຊ້​ລັດທິ​ມາກ - ​ເລ​ນິນ​ເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິງ​ຫວຽດນາມ ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ​ເລ​ຮົ່ງ​ແອ​ງ ​ຜູ້​ປະຈຳການ​ຄະນະເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຢືນຢັນ​ວ່າ: ຍິ່ງ​ກວ່າ​ເວລາ​ໃດ​ໝົດ,​ວຽກ​ງານ​ກໍ່ສ້າງ​ພັກ​ໄດ້​ກາຍ​ເປັນ​ໜ້າ​ທີ່​ສຳຄັນ​ພິ​ເສດ, ມີ​ຄວາມ​ໝາຍ​ເປັນຕາ​ຍ, ຕັດສິນ​ບົດບາດນຳ​ພາ​ຂອງ​ພັກ:

        “ກ່ອນ​ອື່ນ​ໝົດ, ​ແມ່ນ​ກໍ່ສ້າງ​ພັກ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ​ດ້ານ​ການ​ເມືອງ: ​ເດັດ​ດຽວ​ໝູນ​ໃຊ້​ລັດທິ​ມາກ - ​ເລ​ນິນ, ​ແນວ​ຄິດ ​ໂຮ່ຈີ​ມິນ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ພັດທະນາ​ຢ່າງ​ເໝາະ​ສົມ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ຫວຽດນາມ, ຍືດໝັ້ນ​ຈຸດໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິ​ສັງຄົມ​ນິຍົມ. ຍົກ​ສູງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ລະດັບ​ປັນຍາ​ຂອງ​ທົ່ວ​ພັກ, ພະນັກງານ​ສະມາຊິກ​ພັກ​ແຕ່ລະຄົນ, ກ່ອນ​ອື່ນ​ໝົດ​ແມ່ນ​ພະນັກງານ​ການ​ນຳ​ຄຸ້ມ​ຄອງ​ຫຼັກ​ແຫຼ່ງທຸກ​ຂັ້ນ; ຍືດໝັ້ນ​ທຸກ​ບັນຫາ​ທີ່​ມີ​ລັກສະນະ​ຫຼັກການ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ. ຍົກ​ສູງ​ຄວາມ​ສາມາດ​ກຳ​ອຳນາດ ​ແລະ ຮັບປະກັນ​ການ​ນຳພາ​ຂອງ​ພັກ​ຢ່າງ​ມີ​ປະສິດທິ​ຜົນ“.


ຂ່າວ/ບົດ​ອື່ນ