ກອງປະຊຸມສຳຫຼວດ ກວດກາລັດຖະບານ ກ່ຽວກັບວຽກງານ ຕ້ອນຮັບປະຊາຊົນ, ແກ້ໄຂກຄຳຮ້ອງຟ້ອງ

ກອງປະຊຸມສຳຫຼວດ ກວດກາລັດຖະບານ ກ່ຽວກັບວຽກງານ ຕ້ອນຮັບປະຊາຊົນ, ແກ້ໄຂກຄຳຮ້ອງຟ້ອງ - ảnh 1
ກອງ​ປະຊຸມ​ສຳ​ຫຼວດ​ກວດກາ​ລັດຖະບານ​
ເຂດ​ພາກ​ເໜືອ​
( Chinhphu.vn )
( vovworld ) - ຕອນ​ເຊົ້າ​ວັນທີ 20/3, ຢູ່​ແຂວງ ວິ​ງຟຸ໋ກ, ຄະນະ​ຜູ້​ແທນ​ສຳ​ຫຼວດ​ກວດກາ​ຂອງລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ຕ້ອນຮັບ​ປະຊາຊົນ, ​ແກ້​ໄຂ​ຄຳຮ້ອງທຸກ, ​ຮ້ອງ​ຟ້ອງ​ຂອງ​ບັນດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ບັນດາ​ແຂວງ, ນະຄອນ​ເຂດ​ພາກ​ເໜືອ. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໄດ້​ຖື​ວ່າ, ​ເຫດຜົນ​ຕົ້ນ​ຕໍ່​ທີ່​ພາ​ໄປ​ເຖິງ​ຄຳຮ້ອງທຸກ, ຮ້ອງ​ຟ້​ອງ​ໃນ​ໄລຍະ​ຜ່ານ​ມາ​​ແມ່ນຍ້ອນວຽກ​ງານຊີ້​ນຳ, ບໍລິຫານ ​ແລະ ຄຸ້ມ​ຄອງ​ລັດ. ​ກໍ​ຄື​ຂໍ້​ກຳນົດ ກົດໝາຍ​ໃນ​ຂອບ​ເຂດ​ທີ່​ດິນ​ຍັງ​ຈຳ​ກັດ​ຢູ່, ວຽກງານ​ແກ້​ໄຂ​ຄຳຮ້ອງທຸກ, ຮ້ອງ​ຟ້ອງ ​ແລະ ການ​ສົມທົບ​ລະຫວ່າງ​ບັນດາ​ຂັ້ນ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ໃນ​ວິວັດ​ການ​ແກ້​ໄຂ​ຄຳ​ຮ້ອງ​ທຸກ, ຮ້ອງ​ຟ້ອງ​ຍັງບໍ່​ທັນ​ແໜ້​ນແຟ້ນ ​ແລະ ທັນ​ການ. ໜ້າ​ທີ, ມາດ​ຕະການແກ້​ໄຂ​ຕົ້ນ​ຕໍ່​ໃນ​ປີ 2012 ນີ້ ​ແລະ ​ໃນ​ຊຸມ​ປີ​ຕໍ່​ໆໄປ​ແມ່ນ​ສຸມ​ໃສ່​ເພີ່ມ​ທະວີ​ປະສິດທິ​ຜົນ​ວຽກງານ​ຄຸ້ມ​ຄອງ​ທີ່​ດິນ ​ເພື່ອ​ແນ​ໃສ່​ສະກັນ​ກັ້ນ​​ຄຳ​ຮ້ອງທຸກ​, ຮ້ອງ​ຟ້ອງ, ປະຕິບັດ​ວຽກ​ງານ​ທົດ​ແທນ, ໜູນ​ຊ່ວຍ ​ແລະ ຕັ້ງ​ຖີ່ນຖານ​ຄົງ​ທີ່​ຄືນ​ໃໝ່​​ເປັນ​ຢ່າງ​ດີ, ປະຕິບັດ​ຢ່າງ​​ເປີດ​ເຜີຍ, ປະຊາທິປະ​ໄຕ, ຍຸດຕິ​ທຳ​ໃນ​ການ​ຊົດ​ເຊີຍ, ບຸກ​ເບີກ​ໜ້າ​ພຽງ, ​ແກ້​ໄຂ​ການ​ພົວພັນລະຫວ່າງ​​ຜົນ​ປະ​ໂຫຍ​ດຂອງຜູ້ນຳ​ໃຊ້​ທີ່​ດິນ, ລັດຖະບານ ​ແລະ ນັກ​ລົງທຶນ​ຢ່າງກົມກຽວ,ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​​ໃນວຽກ​ງານ​ຕ້ອນຮັບ​ປະ​ຊາ​ຊົນ, ​ແກ້​ໄຂ​ຄຳ​ຮ້ອງທຸກ, ຮ້ອງ​ຟ້ອງ.
ຂ່າວ/ບົດ​ອື່ນ