ກອງປະຊຸມອອນລາຍ ລັດຖະມົນຕີກະຊວງສາທາລະນະສຸກບັນດາປະເທດ ອາຊຽນ ກັບ ອາເມລິກາ

(VOVWORLD) -ທ່ານ ຫງວຽນແທງລອງ ຮອງລັດຖະມົນຕີ ຜູ້ປະຈຳກະຊວງສາທາລະນະສຸກຫວຽດນາມ ໄດ້ແບ່ງປັນບົດຮຽນຂອງຫວຽດນາມ ໃນວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ກັບບັນດາປະເທດ 

ກອງປະຊຸມອອນລາຍ ລັດຖະມົນຕີກະຊວງສາທາລະນະສຸກບັນດາປະເທດ ອາຊຽນ ກັບ ອາເມລິກາ - ảnh 1 ທ່ານ ຫງວຽນແທງລອງ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງສາທາລະນະສຸກຫວຽດນາມ

ພາບ:vietnam+

ທີ່ ກອງປະຊຸມອອນລາຍ ລັດຖະມົນຕີກະຊວງສາທາລະນະສຸກບັນດາປະເທດ ອາຊຽນ ກັບ ອາເມລິກາ ດຳເນີນໃນຕອນເຊົ້າວັນທີ 30 ເມສາ, ບັນດາປະເທດ ໄດ້ອັບເດດຂໍ້ມູນກ່ຽວກັບສະພາບການໂລກລະບາດ, ມາດຕະການຊື່ງບັນດາປະເທດສະມາຊິກພວມປະຕິບັດ ກໍຄືຄວາມຫວັງຢາກຮ່ວມມືດ້ານສາທາລະນະສຸກເວົ້າລວມ, ວຽກງານປ້ອງກັນ ສະກັດກັ້ນໂລກລະບາດເວົ້າສະເພາະ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນແທງລອງ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງສາທາລະນະສຸກຫວຽດນາມ ໄດ້ແບ່ງປັນບົດຮຽນຂອງຫວຽດນາມ ໃນວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ກັບບັນດາປະເທດ ແລະ ຕີລາຄາສູງການຮ່ວມມື, ຫນູນຊ່ວຍຂອງອາເມລິກາ ຕໍ່ກັບບັນດາປະເທດ ອາຊຽນ, ພິ ເສດ ໃນການແບ່ງປັນຂໍ້ມູນຂ່າວ, ຮ່ວມມືກັນຄົ້ນຄ້ວາການຜະລິດ ວັກແຊງ ແລະ ຢາປິ່ນປົວພະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ