ກອງປະຊຸມຮ່ວມສຳພັນພັດທະນາດ້ານວັດທະນະທຳ ກິລາ ແລະ ທ່ອງທ່ຽວເຂດໄຕງວຽນ

ກອງປະຊຸມຮ່ວມສຳພັນພັດທະນາດ້ານວັດທະນະທຳ ກິລາ ແລະ ທ່ອງທ່ຽວເຂດໄຕງວຽນ - ảnh 1
ພາບປະກອບ: internet


(vovworld) - ກອງ​ປະຊຸມ​ຮ່ວມ​ສຳພັນພັດທະນາ​ດ້ານ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ເຂດ​ໄຕ​ງວຽນ​​ເປີດ​ກວ້າງ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 18/10 ຢູ່ ນະຄອນ Pleiku ​ແຂວງ Gia Lai ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນດາ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ​ແຂວງ Dac Lac, Dac Nong, Lam Dong, Gia lai Kon Tum, Binh Dinh, Quang Ngai, Phu Yen, Quang Nam ​ແລະ ນະຄອນ Da Nang. ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ບັນດາ​ແຂວງ​ຢູ່​ເຂດ​ໄຕ​ງວຽນ, ຜູ້​ແທນ​ຫລາຍ​ທ່ານ​ຖື​ວ່າ: ບັນດາ​ທ້ອງ​ຖິ່ນ​ຄວນ​ມີ​ການ​ຮ່ວມ​ສຳພັນ​ຢ່າງ​ແຫນ້ນ​ແຟ້ນ, ຄົບ​ຊຸດ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ວັດທະນະທຳ. ທ່ານ Ta Quy ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ​ແຂວງ Quang Ngai ຖື​ວ່າ:

        “ທ່ອງ​ທ່ຽວ​ແມ່ນ​ຂະ​ແຫນງ​ເສດຖະກິດ​ ມີ​ລັກສະນະ​ລະຫວ່າງ​ຂະ​ແຫນງ, ລະ​ຫວ່າງ​ເຂດ, ລະຫວ່າງ​ຊາດ ​ແລະ ​ສອດ​ຄອ່ງກັບ​ທ່າ​ອ່ຽງຂອງ​ບັນດາ​ປະ​ເທ​ດ​ໃນ​ປະຈຸ​ບັນ ຢາກ​ພັດທະນາ​ການທ່ອງທ່ຽວ​ຕ້ອງ​ຮ່ວມ​ສຳ​ພັນ, ຕ້ອງ​ຮ່ວມ​ມື. ສະ​ນັ້ນ ​ເລື່ອງ​ຈັດ​ຕັ້ງ​ກອງ​ປະຊຸມ,  ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ຕ່າງໆ​ຫວ່າງ​ແລ້ວ​ນີ້ ​ແມ່ນ​ແຜນ​ນະ​ໂຍບາຍ​ອັນ​ຖືກຕ້ອງ​ຂອງ​ການ​ນຳ​ບັນດາ​ທ້ອງ​ຖິ່ນ ​ແລະ ຂອງ​ກະຊວງ. ”

 

ຂ່າວ/ບົດ​ອື່ນ