ກອງປະຊຸມຮອງລັດຖະ ມົນຕີການຕ່າງປະເທດ ຫວຽດນາມ - ລາວ - ໄທ

ກອງປະຊຸມຮອງລັດຖະ ມົນຕີການຕ່າງປະເທດ ຫວຽດນາມ - ລາວ - ໄທ - ảnh 1
( ພາບປະກອບ )

( vovworld ) –   ກອງ​ປະຊຸມ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ - ລາວ - ​ໄທ ກ່ຽວ​ກັບ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ​ຈະ​​ໄຂ​ຂຶ້ນ​ໃນ​ວັນ​ທີ 18/5, ຢູ່​ແຂວງ​ກວາງ​ຈິ້ ທາງ​ພາກ​ກາງ. ກອງ​ປະຊຸມ​ຈະ​ສຸມ​ໃສ່​ສຳ​ຫຼວດກວດຄືນສະພາບ​ການຜັນ​ຂະຫຍາຍ​ການກໍ່ສ້າງ​ແລວ​ເສດຖະກິດຕາ​ເວັນ​ອອກ - ຕາ​ເວັນ​ຕົກຢູ່​ແຕ່ລະ​ປະ​ເທດ, ປຶກສາ​ຫາ​ລື​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ໃນ​ການ​ກໍ່ສ້າງແລວ​ເສດຖະກິດຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ພ້ອມ​ກັນ​ນັ້ນ ກອງ​ປະຊຸມ​ຈະ​ສ້າງ​ກົນ​ໄກ​ເຈລະຈາ​ຢ່າງ​ຕັ້ງໜ້າ, ​ເປີດ​ເຜີຍ​ລະຫວ່າງ​ລັດຖະບານ 3 ປະ​ເທດ, ການ​ນຳ​ບັນດາ​ທ້ອງ​ຖິ່ນ​ທີ່​ລຽບຕາມ​ແລວ​ເສດຖະກິດ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ຂໍ້​ຕິດ​ຂັດ​ເທື່ອ​ລະ​ກ້າວ ​ແລະ ຊຸກຍູ້​ການ​ລົງທຶນ, ດຳ​ເນີນ​ທຸ​ລະ​ກິດ​ໃນ​ແລວ​ເສດຖະກິດ. ຕອນ​ເຊົ້າ​ວັນ​ທີ 17/5, ຫົວໜ້າ SOM - ບັນດາ​ເຈົ້າ​ໜ້າ​ທີ​ຂັ້ນ​ສູງ 3 ປະ​ເທດ ຫວຽດນາມ, ລາວ ​ແລະ ​ໄທ ​ໄດ້​ຈັດການ​ປະຊຸມ​ຮ່ວມ ລະຫວ່າງ 3 ຝ່າຍ ເພື່ອ​ປຶກສາ​ຫາລື​ກ່ຽວກັບ​ແຜນການຊຸກຍູ້​ການ​ຮ່ວມ​ມື​ພັ​ດທະນາ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ຜູ້ຕາງໜ້າ 3 ຝ່າຍ​ຫວຽດນາມ, ລາວ ​ແລະ ​ໄທ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບາງ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​, ລະບຽບ​ບໍລິຫານ, ​ເວລາ​​ແຈ້ງ​ພາສີລະຫວ່າງ​ບັນດາ​ຄູ່ດ່ານ​ຊາຍ​ແດນ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ທ່ານ ທອງ​ພັນ ສະຫວັນ​ເພດ, ຫົວໜ້າ​ກົມ, ຫົວໜ້າ​ກຸ່ມ SOM ​ແຫ່ງ​ສປປ ລາວ ​​ສະ​ເໜີ​ວ່າ.

    “​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ຈາກບັນດາ​ຄູ່​ຮ່ວມ​ມື​ຄື ຍີ່ປຸ່ນ, ທະນາຄານ​ໂລກ, ທະນາຄານ​ພັດທະນາ​ອາຊີ ​ເພື່ອ​ລົງທຶນ​ຍົກ​ລະບົບ​ສ້າງ​ສຳ​ເລັດພື້ນຖານ​​ໂຄງ​ລ່າງ​​ແລວ​ເສດຖະກິດຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ​ແຕ່​ຍ້ອນການ​ລົງທຶນ​ບໍ່ຄົບ​ຊຸດ, ​ໄພ​ທຳ​ມະ​ຊາດ​ທຳລາຍ, ກາ​ນ​ເຄື່ອນ​ໄຫວ​​ໄປມາ​ຂອງພາຫະນະ​ຄົມມະນາຄົມ​ແມ່ນ​ເກີນ​ລະດັບ, ແລວ​ເສດຖະກິດຕາ​ເວັນ​ອອກ - ຕາ​ເວັນ​ຕົກຖືກ​ເປ​ເພ, ບໍ່​ທັນ​ຕອບສະໜອງ​ຄວາມ​ສາມາດ​ຂົນ​ສົ່ງ. ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ຝ່າຍ​ຄວນ​ຊຸກຍູ້​ການ​ພົບ​ປະ, ​ແກ້​ໄຂ​ຂໍ້​ຕິດ​ຂັດ ​ແລະ ສືບ​ຕໍ່​ຮຽກ​ຮ້ອງຄູ່​ຮ່ວມ​ມື​ກວ່າ​ອີກເພື່ອ​ພັດທະນາແລວ​ທາງບົກ​ໃຫ້​ກາຍ​ເປັນ​ແລວເສດຖະກິດ”.

ຂ່າວ/ບົດ​ອື່ນ