ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄັ້ງທີ 8 ບັນດາປະ ເທດອະນຸພາກພື້ນແມ່ ນ້ຳຂອງ

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄັ້ງທີ 8 ບັນດາປະ ເທດອະນຸພາກພື້ນແມ່ ນ້ຳຂອງ  - ảnh 1
ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຟ້າມກູວງໍ້ ກ່າວຄຳເຫັນນະພິທີ
(ພາບ: vnexpress.net)

(vovworld) - ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄັ້ງ​ທີ 8 ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ ​ໄດ້​ໄຂ​ຂຶ້ນ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 14/2 ຢູ່ ຮ່າ​ໂນ້ຍ. ຜູ້​ປະສານ​ງານ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ, ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ສູງ​ຂອງບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລ​ະ ຜູ້ຕາງໜ້າ​ບັນດາ​ອົງການ​ສາກົນ, ສະຖານທູດ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ, ກາ​ນາ​ດາ, ສະຫະພາບ ​ເອີ​ລົບ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ພົນ​ຕີ ຟ້າ​ມກູ​ວງໍ້, ຮອງ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ພາຍຫຼັງ​ເກືອບ 7 ປີ ​ແຫ່ງ​ການ​ປະຕິບັດ “ຂໍ້​ລິ​ເລີ່​ມການ​ຮ່ວມ​ມື​ຂັ້ນ​ລັດຖະມົນຕີ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ​ຢູ່ອະ​ນຸພາກ​ພື້ນ​ແມ່​ນ້ຳຂອງ” (ຫຼື COMMIT), ຫວຽດນາມ ​ແລະ ບັນດາ​ປະ​ເທດສະມາຊິກ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໜ້າ​ສົນ​ໃຈ. ທ່ານ ພົນ​ຕີ ຟ້າ​ມກູ​ວງໍ້ ​ເວົ້າ​ວ່າ:

“ອາ​ດ​ເວົ້າ​ໄດ້​ວ່າ: COMMIT ​ແມ່ນ​ວິວັດ​ການ​ໜຶ່ງ​ທີ່​ມີ​ລັກສະນະ​ເປັນ​ເອກະລັກ​ສະ​ເພາະ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ຫົວຄິດປະດິ​ດສ້າງ ພຽງ​ແຕ່​ມີ​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເທົ່າ​ນັ້ນ ​ແລະ ​ໂດຍ​ແມ່ນ​ລັດຖະບານ 6 ປະ​ເທດ​ສ້າງ​ຕັ້ງ​ຂຶ້ນ​ຜ່ານ​ເວທີ​ປາ​ໄສ​ສົນທະນາ​ຫາລືນະ​ໂຍບາຍ​ຂັ້ນ​ສູງ ​ແລະ ວິທີ​ສຳ​ພັດ​ຫຼາຍ​ຂະ​ແໜງ, ຊີ​້ນຳ​ສຸມ​ໃສ່​​ຂົງ​ເຂດ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ, ຕິດ​ພັນ​ກັບ​ແຜນການ​ຮັບ​ມື​ລະດັບພາກ​ພື້ນ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ແກ້​ໄຂ​ບັນຫາ​ການ​ຄ້າ​ມະນຸດ​ໂດຍ​ພື້ນຖານ”

​ໃນການ​ເຮັດ​ວຽກ​ເປັນ​ເວລາ 2 ວັນ​, ກອງ​ປະຊຸມ​ສຸ​ມ​ໃສ່​​ການ​ຕີ​ລາຄາ​ໝາກຜົນ​ປະຕິບັດ​ແຜນການ​ເຄື່ອນ​ໄຫວຂອງ​ອະນຸ​ພາກ​ພື້ນ​ແມ່ນ​້ຳຂອງ​ໄລຍະ 2 ​ແລະ ສ້າງ​ແຜນການ​ເຄື່ອນ​ໄຫວ​ອະນຸ​ພາກ​ພື້ນ​ໄລຍະ 3. ພາຍຫຼັງ​ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ, ວັນ​ທີ 16/2 ຈະ​ດຳ​ເນີນ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ບັນດາ​ປະ​ເທດອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ.

ຂ່າວ/ບົດ​ອື່ນ